AD 728 x 90size

AD 728x90

October 14, 2013

ວິທີການປິດ App ທີ່ເຮັດວຽກຢູ່ເບື້ອງຫຼັງໃນ iOS 7



iOS_7_Background_App_Refresh_General Knowledge
App ໃນ iOS 7
ພາຍຫຼັງທີ່ທ່ານໄດ້ Upgrade ລະບົບປະຕິບັດການ iOS 7 ປ່ຽນເປັນໜ້າຕາໃໝ່ແລ້ວ ຫຼືບາງທ່ານຊື້  iPhone 5s   iPhone 5c ແບບເຄື່ອງທີ່ຫີ້ວກັນມາແລ້ວ ເປີດມາຕັ້ງຄ່າປົກກະຕິພ້ອມໃຊ້ງານໄດ້ທັນທີ ແຕ່ທ່ານຮູ້ບໍ່ວ່າ: ໃນຂະນະທີ່ທ່ານເປີດເຄື່ອງ


 iPhone ມີ App ຕ່າງໆເຮັດວຽກຢູ່ເບື້ອງຫຼັງ ເຊັ່ນພວກເພັງ ພວກ App, Social Network ບໍລິການ Voip ແລະ App ຈຳພວກລະບຸພິກັດ ( Location ) ຫາກມັນເຮັດວຽກຢູ່ກໍ່ຈະສົ່ງຜົນກະທົບຕໍ່ Battery ໝົດໄວຂື້ນອີກ ມື້ນີ້ພວກເຮົາມີວິທີປິດ App ທີ່ເຮັດວຽກຢູ່ເບື້ອງຫຼັງໃນ iOS 7 ມາຝາກທຸກໆທ່ານດັ່ງລຸ່ມນີ້:
Background_App_Refresh_Settings_General Knowledge
Background App Refresh

ໃຫ້ທ່ານເຂົ້າໄປທີ່ Settings ເລືອກ General,  ເລືອກ Background App Refresh  ກໍ່ຈະພົບໜ້າຕາແບບຮູບຂ້າງເທີງ ພ້ອມກັບລາຍຊື່ App ທີ່ພວມເຮັດວຽກຢູ່.
ໃນຕອນນີ້ ຫາກທ່ານພົບວ່າມີ App ທີ່ທ່ານບໍ່ມີຄວາມຈຳເປັນທີ່ຈະໃຊ້ງານໃຫ້ໃຊ້ຢູ່ເບື້ອງຫຼັງຕະຫຼອດເວລານັ້ນ ກໍ່ໃຫ້ທ່ານທຳການເລື່ອນສະວິດ ປິດ App ນັ້ນ ຫຼືຈະປິດທັງໝົດເລີຍກໍ່ໄດ້ຫາກທ່ານຕ້ອງການ. ພໍເມື່ອທ່ານຕ້ອງການທີ່ຈະໃຊ້ ກໍ່ຄ່ອຍເອີ້ນຄືນມາໃຊ້ໃນ  Background App Refresh  ເປີດໃໝ່ອີກຄັ້ງ ເທົ່ານີ້ກໍ່ຊ່ວຍໃຫ້ທຸກໆທ່ານປະຢັດພະລັງງານ Battery ຂອງທ່ານໃຫ້ໄດ້ໃຊ້ງານຫຼາຍຂື້ນອີກດ້ວຍ.

ທີ່ມາຂອງຂໍ້ມູນ: cnet
Tags: Background App Refresh | General Knowledge | cnet | App | iOS 7 | iPhone 5s | Battery | Location | Voip | How to?ວິທີການປິດ AppSocial Network



No comments:

Post a Comment