ມືໃໝ່ສ້າງ Blog
ການສ້າງ Blog ໃນ Blogger ນັ້ນບໍ່ງ່າຍແລະກໍ່ບໍ່ຍາກເກີນໄປ ເຮົາເຮັດຄວາມຄຸ້ນເຄີຍກັບຄຸນລັກສະນະທີ່ສຳຄັນຂອງ Blogger ຂອງ Google ເຊີ່ງເປັນການສ້າງແບບຟຣີໆເປັນການເລີ່ມຕົ້ນໃນການເຝິກແອບການເລີ່ມຕົ້ນກ່ອນທ່ານຈະກ້າວໄປສູ່ການສ້າງ Website ໃນອະນາຄົດ(ເປັນການເຮັດການຕະຫຼາດ Online). ຍົກຕົວຢ່າງການ login ເຂົ້າທາງ Gmail
![]() |
ມືໃໝ່ສ້າງ Blog |
ດ້ານເນື້ອຫາຂອງ Blogger:
- ສ້າງ Blog
- Dashboard.
- ພາບລວມ
- ຂຽນ Post
- ເພີ່ມພາບ
- ເພີ່ມ Video
- ການກຳນົດຄ່າ
- ຂໍ້ມູນສ່ວນບຸກຄົນແລະການອະນຸຍາດ
ສ້າງ Blog: ການເລີ່ມຕົ້ນຂຽນ Blog ດ້ວຍ Blogger ໃຫ້ທ່ານໄປ ໜ້າທຳອິດຂອງຂອງ Blogger ໃສ່ຊື່ຜູ້ໃຊ້ແລະລະຫັດຜ່ານຂອງທ່ານ ຈາກນັ້ນໃຫ້ທ່ານຄຣິກທີ່ ລົງຊື່ເຂົ້າໃຊ້ ປ້ອນຊື່ທີ່ສະແດງ ແລະໃຫ້ທ່ານຍອມຮັບຂໍ້ກຳນົດການໃຫ້ບໍລິການຂອງ Blogger ຈາກນັ້ນໃຫ້ທ່ານຄຣິກທີ່ Link ສ້າງ Blog ແລ້ວກໍ່ເລີມຕົ້ນການສ້າງ Blog ຂອງທ່ານໄດ້ເລີຍ.
ໃຫ້ທ່ານເລືອກທີ່ຢູ່ (URL) ແລະຊື່ Blog ຫຼັງຈາກນັ້ນໃຫ້ທ່ານເລືອກ Template ຕາມທີ່ທ່ານມັກໄດ້ຕາມໃຈຂອງທ່ານ ( ມັນເປັນລັກສະນະໜ້າຕາຂອງ Blog ທ່ານເມື່ອທ່ານເຜີຍແຜ່) ຈາກນັ້ນກໍ່ເລີມໃຊ້ຄວາມຄິດຂອງທ່ານ ວ່າຈະຢາກຂຽນກ່ຽວກັບຫຍັງ, ອາດຈະໃຊ້ຂຽນກ່ຽວຄວາມຮູ້ຕ່າງໆ, ໃຊ້ Promote ຫ້າງຮ້ານ,ບໍລິສັດ,ອົງກອນຕ່າງໆ, ທຸລະກິດຂອງທ່ານ, ໃຊ້ເຮັດ Blog ຂ່າວ, ໃຊ້ເຮັດ Blog Games , ໃຊ້ເຮັດ Blog Share ຕ່າງໆ ຕາມໃຈໄດ້ທີ:
Dash Board:
Dash Board:
![]() |
Dash Board of Blogger |
ໃນໜ້າ Dash Board ມັນເປັນຈຸດເລີມຕົ້ນຂອງທ່ານ ໃນໜ້ານີ້ມັນຈະສະແດງລາຍຊື່ Blog ຂອງທ່ານທັງໝົດ ທ່ານສາມາດ ຄຣິກທີ່ Icon ຖັດຈາກຊື່ Blog ເພື່ອເຮັດຫຼືດຳເນີນການຕ່າງໆ ກັບແຕ່ລະ Blog ຂອງທ່ານເຊັ່ນ:
- ຂຽນ Post ໃໝ່: ຄຣິກທີ່ Icon ທີ່ເປັນຮູບສໍ ໃນ Dash Board ເພື່ອເຂົ້າເຖີງເຄື່ອງມືການແກ້ໄຂ Post ຂອງທ່ານ.
- ເບິ່ງ Post ຂອງທ່ານ: Icon ລາຍການ Post ສີເທົາຈະນຳທ່ານໄປຍັງລາຍການ Post ທີ່ເຜີຍແຜ່ແລ້ວ ແລະ Post ຂໍ້ຄວາມ ຫຼືບົດຄວາມຮ່າງ ຂອງ Blog.
- ຕິດຕາມ Blog ທີ່ທີ່ທ່ານມັກ ຫຼື ຊືນຊອບ: ດ້ານລຸ່ມຂອງລາຍການ Blog ຂອງທ່ານ ທ່ານຈະເຫັນລາຍການ Blog ທີ່ທ່ານຕິດຕາມ ພ້ອມຂໍ້ຄວາມຕົວຢ່າງ ຈາກ Post ຫຼ້າສຸດຂອງ Blog.
- ອື່ນໆ: ໃຫ້ເບິ່ງເມນູເລື່ອນລົງຂ້າງ Icon ລາຍການ Post ສຳຫຼັບ Link ດ່ວນໄປຍັງສ່ວນຕ່າງໆ:
- ພາບລວມ
- Post
- ໜ້າເວັບ
- ຄວາມຄິດເຫັນ
- ສະທິຕິ
- ລາຍໄດ້ ( Adsense )
- ການອອກແບບ
- Template ( ແມ່ແບບ )
- ການຕັ້ງຄ່າ
ຈົ່ງຮັບຮູ້ວ່າ ແທ໊ບລາຍໄດ້ຈະປະກົດສະເພາະເມື່ອ AdSense ສະໜັບສະໜູນພາສາຂອງທ່ານ ( ເຊີ່ງຕອນນີ້ ພາສາລາວຂອງພວກເຮົາ AdSense ກໍ່ຍັງບໍ່ທັນໄດ້ສະໜັບສະໜູນເທື່ອ, ກໍ່ລໍຖ້າໄປກ່ອນເນາະຈົນກ່ວາຈະໄດ້ຮັບການສະໜັບສະໜູນໃນສ່ວນນີ້ໃນອະນາຄົດ ).
ພາບລວມ:
ພາບລວມ:
![]() |
ການສ້າງໂພດສ໌ ( Create a Post ) |
- ຄຣິກທີ່ Icon ຮູບສໍສີສົ້ມເພື່ອທ່ານຈະຂຽນ Post ໃໝ່ ແລະຈະຂຽນອັນໃດກໍ່ໄດ້ ທີ່ທ່ານຢາກຈະຂຽນ ຫຼື Share ໃຫ້ຄົນທັງໂລກໄດ້ຮັບຮູ້ ( ແຕ່ຕ້ອງເປັນເລື່ອງທີ່ບໍ່ຜິດສິນລະທຳ ແລະກົດໝາຍບ້ານເມືອງ ).
- ຕໍ່ມາ ທ່ານຈະເຫັນໜ້າເວັບຂອງເຄື່ອງມືຕ່າງໆສຳຫຼັບແກ້ໄຂ Post ເລີ່ມຕົ້ນດ້ວຍການຕັ້ງຊື່ Post ຂອງທ່ານເສຍກ່ອນ ແລ້ວຈື່ງທຳການປ້ອນເນື້ອຫາຂອງ Post.
- ເມື່ອທ່ານດຳເນີນການສຳເລັດຕາມຂັ້ນຕອນຕາມຂ້າງເທີງແລ້ວ ໃຫ້ທ່ານຄຣິກໄປເບີ່ງຕົວຢ່າງ ທີ່ດ້ານເທີງໃຫ້ທ່ານກວດສອບໃຫ້ໝັ້ນໃຈວ່າ: ຖືກຕ້ອງ ແລະໃຫ້ຄຣິກທີ່ປຸ່ມ ເຜຍແຜ່ ເພື່ອເປັນການເຜີຍແຜ່ Post ຂອງເຮົາອອກສູ່ສາທາລະນະ( ການ Share Post ຂອງເຮົາແນວໃດໃຫ້ Index ໃນ Search Engine, Search Engin Optimize ຫຼື ( SEO ) ທ່ານສາມາດຕິດຕາມໄດ້ໃນບົດຄວາມໜ້າ ຫຼື ບົດຄວາມຕໍ່ໆໄປ ).
ເພີ່ມຮູບພາບ:
ທ່ານສາມາດເພີ່ມຮູບພາບຈາກ Computer ຫຼືຈາກເວັບໄປຍັງ Blog ຂອງທ່ານ ຄຣິກທີ່ Icon ພາບໃນແຖບເຄື່ອງມືຂອງແຖບມືການແກ້ໄຂບົດຄວາມ ຈະມີໜ້າຕ່າງທີ່ປະກົດຂື້ນມາ ເພື່ອໃຫ້ທ່ານເລືອກເບີ່ງ File ພາບຈາກ Computer ຫຼືປ້ອນ URL ຂອງ Website ໄປຍັງ Blog ຂອງທ່ານ.
ທ່ານສາມາດເພີ່ມຮູບພາບຈາກ Computer ຫຼືຈາກເວັບໄປຍັງ Blog ຂອງທ່ານ ຄຣິກທີ່ Icon ພາບໃນແຖບເຄື່ອງມືຂອງແຖບມືການແກ້ໄຂບົດຄວາມ ຈະມີໜ້າຕ່າງທີ່ປະກົດຂື້ນມາ ເພື່ອໃຫ້ທ່ານເລືອກເບີ່ງ File ພາບຈາກ Computer ຫຼືປ້ອນ URL ຂອງ Website ໄປຍັງ Blog ຂອງທ່ານ.
ເມື່ອທ່ານເລືອກພາບໄດ້ແລ້ວ ທ່ານຈະສາມາດເລືອກການອອກແບບເພື່ອກຳນົດວ່າພາບຂອງທ່ານຈະອອກມາໃນບົດຄວາມໃນແບບໃດ!
- ຕົວເລືອກ "ຊ້າຍ" "ເຄີ່ງກາງ" ແລະ "ຂວາ" ຊ່ວຍໃຫ້ທ່ານສາມາດປັບແຕ່ງໄດ້ດັ່ງໃຈມັກຂອງທ່ານ.
- ຕົວເລືອກ "ຂະໜາດພາບ" ທ່ານຈະກຳນົດຂະໜາດຂອງພາບທີ່ທ່ານຕ້ອງການໃຫ້ປະກົດໃນບົດຄວາມຂອງທ່ານໄດ້ຕາມໃຈ.
ຄຣິກທີ່ Upload ພາບ ເພື່ອເພີ່ມພາບຂອງທ່ານ ຈາກນັ້ນໃຫ້ຄຣິກທີ່ ສຳເລັດ ເມື່ອມີໜ້າຕ່າງແຈ້ງປະກົດຂື້ນ ໃຫ້ທ່ານຮັບຮູ້ວ່າ "ເພີ່ມພາບຂອງທ່ານແລ້ວ" ຫຼັງຈາກນັ້ນ Blogger ຈະນຳທ່ານກັບສູ່ເຄື່ອງມືການແກ້ໄຂບົດຄວາມ ເຊີ່ງທ່ານກໍ່ຈະພົບພາບຂອງທ່ານ ພ້ອມສຳຫຼັບການເຜີຍແຜ່ ຢູ່ໃນ Blog ຂອງທ່ານຮຽບຮ້ອຍແລ້ວ.
ການເພີ່ມ Video:
ເມື່ອທ່ານຕ້ອງການຈະເພີ່ມ Video ລົງໃນ Blog ຂອງທ່ານກໍ່ເໝືອນຂັ້ນຕອນການເພີ່ມພາບຂ້າງເທີງ ໃຫ້ທ່ານຄຣິກທີ່ Icon ຂອງ Video ຢູ່ແຖບເຄື່ອງມືການແກ້ໄຂ Blog ກໍ່ຈະມີໜ້າຕ່າງປະກົດຂື້ນມາເພື່ອໃຫ້ທ່ານເພີ່ມ ວີດີໂອ ຂອງທ່ານເຂົ້າສູ່ Blog ຂອງທ່ານ ການເພີ່ມ ວີດີໂອ ກໍ່ເໝືອນການເພີ່ມພາບ.
ຈົ່ງຮັບຮູ້ວ່າ Blogger ຍອມຮັບFile: AVI, MPEG, QuickTime, Real , Windows Media ແລະ Video ຂອງທ່ານຕ້ອງມີຂະໜາດນ້ອຍກ່ວາ 100 M.
ໃນຂັ້ນຕອນການ ອັບໂຫຼດວີດີໂອ ເພີ່ມຊື່ໃນຊ່ອງ "ຊື່ວີດີໂອ" ແລະຍອມຮັບຊໍ້ກຳນົດໃນການໃຫ້ບໍລິການ ( ການດຳເນີນການນີ້ສະເພາະແຕ່ຄັ້ງທຳອິດທີ່ອັບໂຫຼດ ວີດີໂອກັບ Blogger) ຫຼັງຈາກນັ້ນໃຫ້ຄຣິກທີ່ ອັບໂຫຼວີດີໂອ.
ການເພີ່ມ Video:
ເມື່ອທ່ານຕ້ອງການຈະເພີ່ມ Video ລົງໃນ Blog ຂອງທ່ານກໍ່ເໝືອນຂັ້ນຕອນການເພີ່ມພາບຂ້າງເທີງ ໃຫ້ທ່ານຄຣິກທີ່ Icon ຂອງ Video ຢູ່ແຖບເຄື່ອງມືການແກ້ໄຂ Blog ກໍ່ຈະມີໜ້າຕ່າງປະກົດຂື້ນມາເພື່ອໃຫ້ທ່ານເພີ່ມ ວີດີໂອ ຂອງທ່ານເຂົ້າສູ່ Blog ຂອງທ່ານ ການເພີ່ມ ວີດີໂອ ກໍ່ເໝືອນການເພີ່ມພາບ.
ຈົ່ງຮັບຮູ້ວ່າ Blogger ຍອມຮັບFile: AVI, MPEG, QuickTime, Real , Windows Media ແລະ Video ຂອງທ່ານຕ້ອງມີຂະໜາດນ້ອຍກ່ວາ 100 M.
ໃນຂັ້ນຕອນການ ອັບໂຫຼດວີດີໂອ ເພີ່ມຊື່ໃນຊ່ອງ "ຊື່ວີດີໂອ" ແລະຍອມຮັບຊໍ້ກຳນົດໃນການໃຫ້ບໍລິການ ( ການດຳເນີນການນີ້ສະເພາະແຕ່ຄັ້ງທຳອິດທີ່ອັບໂຫຼດ ວີດີໂອກັບ Blogger) ຫຼັງຈາກນັ້ນໃຫ້ຄຣິກທີ່ ອັບໂຫຼວີດີໂອ.
ໃນຂະນະທີ່ວີດີໂອ ຂອງທ່ານຖືກ ອັບໂຫຼດ ທ່ານກໍ່ຈະພົບກັບຕົວຈອງພື້ນທີ ໃນເຄື່ອງມືການແກ້ໄຂບົດຄວາມ ເພື່ອສະແດງໃຫ້ເຫັນວ່າ ວີດີໂອຂອງທ່ານຈະປະກົດຂື້ນໃນສ່ວນໃດຂອງ Blog ຂອງທ່ານ, ອາດຕ້ອງໃຊ້ເວລາພໍສົມຄວນ ໃນການອັບໂຫຼດແຕ່ລະຄັ້ງ ກໍ່ຂື້ນຢູ່ກັບຂະໜາດຂອງ ວີດີໂອ ຂອງທ່ານເມື່ອສຳເລັດທ່ານກໍ່ຈະເຫັນວີດີໂອຂອງທ່ານປະກົດຂື້ນໃນຕົວແກ້ໄຂ Post.
ການກຳນົດຄ່າ:
Template ( ແມ່ແບບ ) ເປັນສີ່ງທີ່ທ່ານຕ້ອງໃຊ້ເພື່ອປັບແຕ່ງ Blog ຂອງທ່ານໃຫ້ໄດ້ຕາມຕ້ອງການ ຕາມໃຈມັກ ເມື່ອການສ້າງ Blog ໃໝ່ ທ່ານຈຳເປັນຕ້ອງເລືອກ ແມ່ແບບ ເລີ່ມຕົ້ນເຊີ່ງເປັນການອອກແບບພື້ນຖານ ນອກຈາກນີ້ທ່ານຍັງສາມາດເລືອກໄດ້ອີກເປັນຈຳນວນຫຼາຍຕາມໃຈທ່ານວ່າມັກ ແລະ ຕ້ອງການແບບໃດ.
Template ( ແມ່ແບບ ) ເປັນສີ່ງທີ່ທ່ານຕ້ອງໃຊ້ເພື່ອປັບແຕ່ງ Blog ຂອງທ່ານໃຫ້ໄດ້ຕາມຕ້ອງການ ຕາມໃຈມັກ ເມື່ອການສ້າງ Blog ໃໝ່ ທ່ານຈຳເປັນຕ້ອງເລືອກ ແມ່ແບບ ເລີ່ມຕົ້ນເຊີ່ງເປັນການອອກແບບພື້ນຖານ ນອກຈາກນີ້ທ່ານຍັງສາມາດເລືອກໄດ້ອີກເປັນຈຳນວນຫຼາຍຕາມໃຈທ່ານວ່າມັກ ແລະ ຕ້ອງການແບບໃດ.
![]() |
ການຕັ້ງຄ່າ ( Blog Setting ) |
ຢູ່ໃນແທ໊ບ Template ( ແມ່ແບບ ) ທ່ານສາມາດ ຄຣິກປຸ່ມ ກຳນົດຄ່າ ສີສົ້ມເພື່ອເລີ່ມເຄື່ອງມືອອກແບບ Template : WYSIWYG (ສັງເກດເບີ່ງສີ່ງທີ່ທ່ານເຫັນນັ້ນເປັນສີ່ງທີ່ທ່ານຈະໄດ້) ຫຼືທ່ານຈະເລືອກເອົາ Template ເລີ່ມຕົ້ນຢ່າງໃດຢ່າງໜື່ງກໍ່ໄດ້ ຫາກທ່ານມີຄວາມຕ້ອງການຈະແກ້ໄຂ HTML ຂອງ Blog ກໍ່ຄຣິກທີ່ປຸ່ມ ແກ້ໄຂ HTML .
ທ່ານຍັງສາມາດແກ້ໄຂ ຫຼືປັບແຕ່ງການອອກແບບ ໂດຍການໃຊ້ Interface ລາກວາງ ນອກຈາກນີ້ທ່ານຍັງສາມາດເພີ່ມ Widget ຫຼາກຫຼາຍຮູບແບບ :
![]() |
ເລື່ອງຖ້າອ່ານ ( Reading Blogs) |
- ຄຣິກ ການອອກແບບ ຈາກເມນູເລື່ອນລົງ ໃນສ່ວນຂອງໜ້າ Dash Board ດ້ານລຸ່ມ Blog ທີ່ທ່ານຕ້ອງການກຳນົດຄ່າ.
- ຫຼັງຈາກນັ້ນຄຣິກທີ່ ແກ້ໄຂ ເພື່ອແກ້ໄຂ Gadget ເພື່ອເພີ່ມໃໝ່.
- ຖ້າຫາກທ່ານຕ້ອງການເພີ່ມໃນສ່ວນຂອງ Gadget ໃຫ້ທ່ານຄຣິກທີ່ເຄື່ອງໝາຍບວກ ຖັດຈາກ Gadget ທີ່ທ່ານຕ້ອງການ ທ່ານຍັງສາມາດເລືອກ Widget ໄດ້ຕາມໝວດໝູ່ ຫຼືໃຊ້ວິທີ ຄົ້ນຫ າ Widget ທີ່ຕ້ອງການ, ມັນຈະມີ ໜ້າຕ່າງ Popup ຂື້ນມາ.
- ເມື່ອທ່ານໄດ້ເພີ່ມຂໍ້ມູນຈຳເປັນໄປຍັງ Gadget ທີ່ເລືອກເອົາໄວ້ ຮຽບຮ້ອຍແລ້ວ ໃຫ້ທ່ານຄຣິກ ບັນທືກການຈັດງາງ ສີສົ້ມ ການອອກແບທີ່ປ່ຽນແປງຈະປະກົດຂື້ນ.
permissions ຂໍ້ມູນສ່ວນບຸກຄົນ ແລະການອະນຸຍາດ:
ຕາມຄ່າເລີມຕົ້ນ Blog ຂອງທ່ານທຸກສ່ວນຈະເປັນສາທາລະນະ ແລະບຸກຄົນທົ່ວໄປໃນ Internet ສາມາດອ່ານໄດ້ ແຕ່ຖ້າຫາກທ່ານຕ້ອງການເປັນສ່ວນຕົວ ທ່ານສາມາດເຮັດໄດ້ເຊັ່ນກັນ ທ່ານສາມາດປ່ຽນການຕັ້ງຄ່າໄດ້ຢູ່ໃນແທ໊ບການ ຕັ້ງຄ່າ :- ໃນສ່ວນ "ຜູ້ອ່ານ Blog Readers" ທ່ານອາດຈະພົບວ່າ: ໃຜກໍ່ໄດ້ ເຊີ່ງມັນຈະເປັນຄ່າເລີມຕົ້ນ.
- ໃຫ້ທ່ານຄຣິກທີ່ປຸ່ມ ເພີ່ມຜູ້ອ່ານ ຈາກນັ້ນໃຫ້ປ້ອນທີ່ຢູ່ email ຂອງບຸກຄົນທີ່ທ່ານຕ້ອງການໃຫ້ສິດທິໃນ Blog ຂອງທ່ານ ຫາກຕ້ອງການ ເພີ່ມຫຼາຍຄົນ ທ່ານສາມາດຄັ້ນທີ່ຢູ່ດ້ວຍເຄື່ອງໝາຍ ຈຸລະພາກ ( | ).
- ສຳຫຼັບແຕ່ລະທີ່ຢູ່สທີ່ທ່ານປ້ອນນັ້ນ ບັນຊີຜູ້ໃຊ້ Google ທີ່ເຊື່ອມໂຍງກັບທີ່ຢູ່ນັ້ນຈະໄດ້ຮັບສິດ ໃນການເບີ່ງ Blog ຂອງທ່ານ ຖ້າຫາດວ່າບັນຊີ ບໍ່ໄດ້ເຊື່ອມໂຍງກັບບັນຊີຂອງບຸກຄົນນັ້ນ ກໍ່ຈະໄດ້ຮັບ email ເປັນຄຳເຊີນພ້ອມດ້ວຍ Link ເພື່ອໃຫ້ສາມາດດຳເນີນການໄດ້ດັ່ງຕໍ່ໄປນີ້:
- ລົງຊື່ເຂົ້າໃຊ້ບັນຊີທີ່ມີຢູ່
- ສ້າງບັນຊີໃໝ່
- ເບີ່ງ Blog ໃນຖານະຜູ້ເຂົ້າຊົມແບບບໍ່ຕ້ອງມີບັນຊີ.
ໝາຍເຫດ: ການສ້າງ Blog ໃນ Blogger ຂອງ Google ນັ້ນທ່ານສາມາດສ້າງໄດ້ ແບບ Free, ຖ້າຫາກທ່ານມີຄວາມສາມາດ ຂຽນ ຫຼືສ້າງສັນ Blogger ເປັນພາສາ ອັງກິດ ( English Language ) ຫຼືພາສາໃດກໍ່ໄດ້ທີ່ທາງ Google Adsense Support ທ່ານຍັງມີໂອກາດຫາລາຍໄດ້ຈາກເນື້ອຫາຂອງ Blog ຂອງທ່ານອີກດ້ວຍ.
Tags: Blogger | ເລີ່ມຕົ້ນ | ສ້າງ Blog | ຫາລາຍໄດ້ | Internet | Google | Ad sense | Template | SEO | Blog Games | ລາວ | Gmail | guide
No comments:
Post a Comment