![]() |
Notebook ຫາສັນຍານ Wireless ບໍ່ເຈີ(ບໍ່ພົບ,ບໍ່ເຫັນ) |
- ກ່ອນອື່ນຕ້ອງໃຫ້ແນ່ໃຈວ່າ Notebook ຂອງເຮົາມີການຕິດຕັ້ງ Wireless Driver ຢ່າງຖືກຕ້ອງ, ຖືກລຸ້ນ, ຖືກ OS ແລະໄດ້ເປີດໃຊ້ງານແລ້ວຫຼືຍັງ, ບາງທີ່ທ່ານອາດຫຼົງ ຫຼື
- ບໍ່ໄດ້ຕັ້ງໃຈເອົາມືຂອງທ່ານ ແລະຄົນອື່ນອາດໄປປິດປຸ່ມຂອງ Wireless ທີ່ຢູ່ເທີງ Keyboard ຂອງທ່ານກໍ່ເປັນໄດ້ ໃຫ້ທ່ານສັງເກດຢູ່ເທີງ Keyboard ຂອງທ່ານ ມັນຈະມີປຸ່ມ [Fn] ແລະ F3 ຫຼື ປຸ່ມໃດກໍ່ໄດ້ທີ່ມີຮູບ WiFi ( ສະເພາະ acer E1-431 ແມ່ນໃຫ້ກົດປຸ່ມ [Fn] + [F3] ). ຖ້າເປັນຍີ່ຫໍ້ອື່ນ ຫຼືລຸ້ນອື່ນໃຫ້ທ່ານກົດທີ່ປຸ່ມທີ່ມີ ຮູບສັນຍານ WiFi ໄລ່ໄປ F1-F12 .
- ຖ້າເປັນ Windows 7 ໃຫ້ທ່ານລອງປິດ( Disable ) Firewall ຫຼື Antivirus, ZA zone alarm ...ແລ້ວໃຫ້ທ່ານທົດລອງເຂົ້າໃໝ່ອີກຄັ້ງ ( ອັນນີ້ເຄີຍເກີດກັບ ຜູ້ຂຽນເອງ eee ).
![]() |
Wireless Network Adapter |
- ReUninstall Driver Wireless (Rollback, Update Driver ) ຖ້າເປັນ Windows 7 ໃຫ້ທ່ານໄປທີ່ Start => Control Panel=> Administrative Tools=> Computer Management=>Device Manage=> Network Adapters=> Double Click ທີ່ Wireless Network Adapter => ມັນຈະປະກົດໜ້າຕ່າງອອກມາ ໃຫ້ທ່ານເລືອກ Driver ແລ້ວເລືອກ Uninstall ຫຼັງຈາກນັ້ນໃຫ້ທ່ານປິດເຄື່ອງແລ້ວເປີດໃໝ່ອີກຄັ້ງ ( Restart ) ມັນຈະຕິດຕັ້ງ Driver ໃໝ່ໃຫ້ທ່ານແບບໂອໂຕ ສຳເລັດແລ້ວໃຫ້ທ່ານລອງເຊື່ອມຕໍ່ Wireless ອີກຄັ້ງ.
- Wireless Channel 13 ສ່ວນໃຫຍ່ແລ້ວຕົວຮັບສັນຍານ ຂອງ Notebook ຈະບໍ່ຮອງຮັບ Wireless Channel 12, 13. ໃຫ້ທ່ານລອງປ່ຽນ ຊ່ອງສັນຍານ Wireless Channel ໃຫ້ທ່ານບໍ່ຕ້ອງເລືອກ Auto Scan ການແກ້ໄຂການປ່ຽນຊ່ອງສັນຍານສາມາດແກ້ໄຂບັນຫາສັນຍານລົບກວນ ໂດຍທີ່ທ່ານສາມາດປ່ຽນ ຊ່ອງສັນຍານໄດ້ຕັ້ງແຕ່ 1-11 ເປັນການລົບສັນຍານລົບກວນ ທ່ານສາມາດ Check ໄດ້ວ່າບໍ່ລິເວນເຮືອນຂອງທ່ານ ໃຊ້ຊ່ອງສັນຍານໃດແດ່ ໃຫ້ທ່ານໄປທີ່ Start=> Run ແລ້ວພີ່ມ cmd =>Enter. ມັນຈະເປີດໜ້າຕ່າງ cmd ຂື້ນມາ ໃຫ້ທ່ານພີ່ມ telnet 192.168.1.1 ແລ້ວພີ່ມ Password ( default= 1234 ). ພີ່ມ wlan scan ( ຈະປະກົດຊ່ອງສັນຍານ Wireless ໃນບໍລິເວນນັ້ນໆ. ພີ່ມ Exit. ເມື່ອທ່ານຮູ້ແລ້ວວ່າ: ບໍລິເວນນັ້ນໆ ມີຊ່ອງສັນຍານຫຍັງ! ທ່ານກໍ່ສາມາດຫຼົບຊ່ອງສັນຍານໄດ້ ໂດຍທີ່ທ່ານກໍ່ເລືອກຊ່ອງສັນຍານອຶ່ນໆແທ່ນ.
- Windows 7 ເຂົ້າ Tart=> Control Panel=> Network and Internet=> Network and Share Center ແລ້ວໄປຕໍ່ທີ່ Manage Wireless Networks ຄຣິກທີ່ຊື່ WiFi ໃຫ້ທ່ານຄຣິກຂວາ Remove Network ທີ່ທ່ານເຊື່ອມຕໍ່ຢູ່ ກົດ ok . ແລ້ວໃຫ້ທ່ານລອງ Connect ໃໝ່ອີກຄັ້ງ.
- ບໍ່ຄວນສ້າງ Profiles ແບບ Manual ເພາະອາດຈະຜິດພາດໄດ້ ກໍ່ຄວນລົບອອກແລ້ວໃຫ້ທ່ານລອງ Connection ໃໝ່ອີກ. ການທີ່ເຮົາເຫັນ SSID ແລ້ວແຕ່ Connect ບໍ່ໄດ້ ອາດຈະມີຢູ່ຫຼາຍສາເຫດ: 1. Profile ທີ່ສ້າງຜິດ ຕົວຢ່າງ: ຄື AP ເປັນ WPA2 ແຕ່ Profile ເລືອກເປັນ WPA. 2. Driver Wireless Adapter ຫາກທ່ານບໍ່ມີການ Update ບາງຄັ້ງບໍ່ສາມາດໃຊ້ກັບ WPA2 ແນະນຳວ່າ WPA ອາດຈະພໍແລ້ວ. 3. ຖ້າສັນຍານອອ່ນກໍ່ອາດເປັນສາເຫດໄດ້.
- Help & Support: ກົດ F1 ໃນແປ້ນພີ່ມ Keyboard.
- Run Network Troubleshooting
- ຕັ້ງຄ່າ Gateway/dns ໂດຍປົກກະຕິຈະເປັນ IP ຂອງ Router . ໄປທີ່ Stare=> Run ກົດ Enter ພີ່ມ cmd ກົດ ok ມັນຈະມີໜ້າຕ່າງຂື້ນມາ ໃຫ້ທ່ານພີ່ມ ipconfig ມັນຈະບອກລາຍລະອຽດຕ່າງໆ.
![]() |
IPconfig |
- flush DNS: Uninstalled Norton & McAfee, ແລ້ວໄປທີ່ Start=> ພີ່ມ Run ແລ້ວກົດ Enter ຈະມີໜ້າຕ່າງຂື້ນມາໃຫ້ພີ່ມ cmd ກົດ ok (+ When the Command prompt open Type the Following. press Enter, after each new line. ) ຈະມີໜ້າຕ່າງຂື້ນມາ ໃຫ້ທ່ານພີ່ມ:
- ipconfig/release
- ipconfig/renew
- ພີ່ມ Exit ກົດ Enter
Tags: Notebook | Antivirus | ZA zone alarm | Windows 7 | Wireless Driver | wlan scan | IP config | cmd | IP | DNS | Uninstalled | Norton | McAfee | ຫາສັນຍານ | ສັນຍານ Wireless | ບໍ່ພົບ | ບໍ່ເຫັນ
No comments:
Post a Comment