AD 728 x 90size

AD 728x90

November 15, 2013

ວິທີເປີດ Safe Mode ໃນ Windows 8

Open Safe Mode_General Knowledge
Open  Safe Mode

ການທີ່ເຮົາເປີດ Safe Mode ເປັນໂຫມດປອດໄພທີ່ສຸດທີ່ເຮົາຈະໃຊ້ງານ Drive ຕ່າງໆ ເທົ່າທີ່ຈຳເປັນຕໍ່ການເຂົ້າສູ່ລະບົບ Windows ເທົ່ານັ້ນເພື່ອເຂົ້າໄປແກ້ໄຂບັນຫາຕ່າງໆທັງ Software ແລະ Hardware ໃນຂະນະທີ່ Windows 8 Developer ຕົວໃໝ່ທີ່ອອກມາ
ກໍ່ອຳນວຍຄວາມສະດວກຢ່າງຫຼວງຫຼາຍ ລວມເຖິງການແກ້ໄຂບັນຫາຕ່າງໆ ແລະການສ້ອມແຊມລະບົບຢ່າງ System Refresh ແລະ System Restore ເຊິ່ງຈະສ້ອມແຊມໂດຍອັດຕະໂນມັດ ແຕ່ບັນຫາກໍ່ຄື: ບໍ່ມີ Safe Mode.
ບໍ່ຄື Windows ໂຕກ່ອນ ທີ່ຜ່ານມາ ທີ່ຈະປິດ ຫຼື ເປີດກໍ່ ງ່າຍໆ ບໍ່ສັບສົນ ແລະ ຫຍຸ້ງຍາກ, ໂດຍ Windows 8 ຕ້ອງການໃຫ້ຜູ້ໃຊ້ເປີດ Safe Mode ເອງຈາກ Boot Configuration Data ( BCD ) ກໍ່ຄື: ເຄື່ອງມືຂອງ Windows ທີ່ໃຊ້ໃນການຂຽນ ແລະ ຈັດເກັບການຕັ້ງຄ່າຕ່າງໆ ໃນການບູດຂອງ Program ເຊິ່ງ ( BCD ) ຈະໄປຈັດການກັບ File Boot.ini ຂອງ Windows ແລະ ໃຫ້ຜູ້ໃຊ້ເປັນຄົນຕັ້ງຄ່າຕ່າງໆ ເອງ ໃນບົດຄວາມນີ້ ຈະມາແນະນຳວິທີ ການເປີດ Safe Mode ໃນ Windows 8 ກັນ.
ໂດຍໄປທີ່ Command Prompt ດ້ວຍສິດ Administrator ໃຫ້ທ່ານໄປທີ່ Start Menu ( ເອົາ Mouse Pointer ໄປທີ່ມູມຂວາສຸດດ້ານເທີງ) ກໍ່ຈະມີເມນູຕ່າງໆ ເດ້ງອອກມາ ໃຫ້ທ່ານເລືອກ ທີ່ Search => ພິ່ມ CMD => Enter => ເມື່ອທ່ານພົບ CMD ແລ້ວ, ໃຫ້ທ່ານໄປທີ່ ປຸ່ມ Advance ດ້ານລຸ່ມ ແລ້ວເລືອກ Run as Administrator.
CMD with Administrator
CMD with Administrator

ເມື່ອ CMD ໃຫ້ທ່ານພິ່ມຄຳສັ່ງ bcd /enum /v ລົງໄປແລ້ວກົດ Enter ທີ່ແປ້ນພິ່ມຂອງທ່ານ

Default
Default

ຈາກນັ້ນມັນກໍ່ຈະໂຊຂໍ້ມູນຕ່າງໆ ໂດຍໃນສ່ວນຂອງ Windows Boot Manager ຈະພົບເລກອ້າງອີງຄ່າ Default ໃຫ້ທ່ານຈົດຄ່ານີ້ໄວ້

ແລ້ວກໍ່ພິ່ມ:
bcdedit / copy
{ໃສເລກອ້າງອີງທີ່ຈົດໄວ້} /d "Safe Mode"
ກົດ Enter ທີ່ແປ້ນພິ່ມຂອງທ່ານ

bcdedit / copy
bcdedit / copy

ເມື່ອເຮັດສຳເລັດແລ້ວໃຫ້ປິດ CMD ຫຼັງຈາກນັ້ນໃຫ້ທ່ານກົດປຸ່ມ Windows + R ໃນແປ້ນພິ່ມຂອງທ່ານ, ທີໜ້າ Desktop ມັນຈະປະກົດ Program Run => ພິ່ມຄຳສັ່ງ msconfig  ລົງໄປ => ກົດ Enter ທີ່ແປ້ນພິ່ມຂອງທ່ານ.

Run
Run

ຈະມີໜ້າຕ່າງເດ້ງຂື້ນມາ ໄປທີ່ແຖບ Navigate ໃຫ້ເຕັກເຄື່ອງໝາຍຖືກໃສ່ Safe Mode, ໃສ່ໄລຍະເວລາ Time out ແລະເຕັກທີ່ Make all Boot Settings permanent ແລ້ວກໍ່ກົດ OK ຫຼັງຈາກນັ້ນລະບົບກໍ່ຈະທຳການ Restart ເຄື່ອງໃໝ່ອີກຄັ້ງ.

System Configuration
System Configuration

ເມື່ອລະບົບທຳການເລີມຕົ້ນໃໝ່ ກ່ອນ Windows ຈະໂຫຼດໃຫ້ທ່ານກົດປຸ່ມ F8 ທີ່ແປ້ນພິ່ມຂອງທ່ານ ເພື່ອເຂົ້າສູ່ Advance Boot Option Menu

Advance Boot Option Menu
Advance Boot Option Menu 

ເລືອກຄຣິກທີ່ Use another operating system ແລະໄປທີ່ Safe Mode

Choose Safe Mode
Choose Safe Mode 

ຫຼັງຈາກຄຣິກລະບົບກໍ່ຈະມີການເປີດລະບົບຕ່າງໆ Drive ຕ່າງໆ ເພື່ອປະມວນຜົນ ເມື່ອລະບົບໂຫຼດສຳເລັດ ກໍ່ຈະພົບກັບໜ້າ Safe Mode, ຫຼັງຈາກນັ້ນກໍ່ແລ້ວແຕ່ ທຸກໆ ທ່ານວ່າຈະທຳການແກ່ໄຂບັນຫາ ທີເກີດຂື້ນກັບ Computer ຂອງທ່ານຢ່າງຖືກຕ້ອງຕໍ່ໄປ.

Safe Mode in Windows 8
 Safe Mode in Windows 8


ທີ່ມາຂອງຂໍ້ມູນ: http://mxhitech.blogspot.com

Tags: Open  Safe Mode | Windows 8 | SoftwareHardware | System Refresh | System Restore  | ProgramAdministrator | Command Prompt | Search | Drive | msconfig | Computer 


No comments:

Post a Comment