AD 728 x 90size

AD 728x90

December 16, 2013

ອາຟຣິກາໃຕ້ ສົ່ງສະການ ອະດີດຜູ້ນໍາ ທ່ານ Nelson Mandel

ອາຟຣິກາໃຕ້ ສົ່ງສະການ ອະດີດຜູ້ນໍາ ທ່ານ Nelson Mandel
ສົບ​ຂອງ​ທ່ານ Nelson Mandela ອະດີດ​ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ​ໄດ້​ຖືກນໍາ​ໄປ​ຝັງ​ຮຽບຮ້ອຍ​ແລ້ວຫຼັງຈາກ​ການໄວ້​ອາ​ໄລເປັນ​ເວລາ​ສິບ​ວັນ ໃຫ້​ແກ່ຜູ້​ນໍາ​ໃນ​ການ​ຕໍ່ຕ້ານ​ ການ​ແບ່ງ​ແຍກ​ຜິວ​ພັນ ທີ່​ທົ່ວ​ໂລກ​ເຄົາລົບ​ນັບຖືທ່ານ​ນີ້.

ພາຍ​ໃຕ້​ອາກາດ​ອັນ​ແຈ່ມ​ໃສ ທ້ອງຟ້າ​ສີ​ນໍ້າ​ເງິນ ທະຫານກອງ​ກຽດຕິ​ຍົດ​ຂະ​ບວນນຶ່ງ ​ໄດ້​ຫາມ​ສົບ​ຂອງ​ທ່ານ Mandela ​ໄປ​ຍັງ​ສຸສານ ທີ່​ໝູ່​ບ້ານ ຊົນນະບົດ Qunu ບ້ານ​ເກີດ​ຂອງ​ທ່ານ ​ໃນ​ວັນ​ອາທິດມື້​ນີ້.


ຫຼັງຈາກ​ການ​ທໍາ​ພິທີ​ໄວ້ອາ​ໄລ​ສັ້ນໆ ທະຫານ​ໄດ້​ຍິງ​ປືນ​ຄໍານັບ 21 ນັດ. ​ເຮືອບິນ​ກອງ ທັບ​ບິນ​ເວີ່ນ​ຢູ່ເໜືອບໍລິ​ເວນ​ສຸສານ​ດັ່ງກ່າວ ​ແລະ​ສົບ​ຂອງ​ທ່ານ​ກໍ​ຖືກຢ່ອນ​ລົງຫຼຸມຝັງ​ສົບ.
ກ່ອນ​ໜ້າ​ນັ້ນ ປະຊາຊົນຫຼາຍກວ່າ 4,000 ຄົນ​ ​ໄດ້​ເຂົ້າຮ່ວມ​ໃນ​ພິທີ​ສົ່ງ ສະການ​ຢ່າງ ເປັນ​ທາງ​ການ ​ດ້ວຍ​ຄວາມ​ເສົ້າ​ສະ​ເທືອ​ນໃຈ ​ໃຫ້​ແກ່​ທ່ານ Mandela ທີ່​ໝູ່​ບ້ານ Qunu ບ່ອນທີ່​ພວກເພື່ອນ​ເກົ່າ ບັນດາ​ຜູ້​ນໍາ​ອາຟຣິ ກາ ​ແລະຫຼານໆ​ຂອງ​ທ່ານ Mandela ​ໄດ້ ພາກັນ​ສະ​ແດງ​ຄວາມ​ເຄົາລົບ​ເປັນ​ຄັ້ງ​ສຸດທ້າຍ ຕໍ່​ບຸລຸດທີ່​ຄົນ​ສ່ວນ​ຫຼາຍພາກັນ​ເອີ້ນວ່າ Madiba ຊຶ່ງ​ເປັນ ຊື່​ປະ​ຈໍາ​ຊົນ​ເຜົ່າ​ຂອງ​ທ່ານ.

ທ່ານ Jacob Zuma ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ​ໄດ້​ເອີ້ນ​ຜູ້​ທີ່​ທ່ານ​ສືບຕໍາ​ແໜ່​ງ​ແທນ​ນັ້ນ​ວ່າ “​ແຫຼ່ງກໍາ​ເນີ​
ດຂອງ​ຄວາມ​ສະຫຼາດ ​ເສົາຫຼັກ​ແຫ່ງ​ຄວາມ​ເຂັ້ມ​ແຂງ ​ແລະ​ຜູ້​ໃຫ້​ຄວາມ​ຫວັງ ສໍາລັບ​ທຸກໆ​ຄົນ​ທີ່​ຕໍ່ສູ້​ເພື່ອ​ຄວາມ​ເປັນ​ທໍາ ​ແລະເພື່ອ​ຄວາມ​ເປັນ​ລະບຽບ​
ຂອງ​ໂລກ.
ພວກ​ໄວ້ອາ​ໄລ ຢູ່​ທີ່​ພີ​ທີສົ່ງ​ສະ​ການ​ເມື່ອ​ວັນ​ອາທິດ​ມື້​ນີ້ ​ມີ​ໂຮມ​ທັງ​ທ່ານ​ນາງ Oprah Winfrey ມະຫາ​ເສດຖີ Richard Branson ​ແລະ​ບັນດາ​ນັ​ກ ​ເຄື່ອນ​ໄຫວ​ຊາວ​ອາ​ຟຣິ
ກາຫຼາຍຄົນ ພວກ​ທີ່​ໄດ້​ຊ່ວຍ​ທ່ານ ​ແມນ​ເດ​ລລາ ຕໍ່ສູ້​ເພື່ອ​ຍຸຕິ​ລະບອບ​ການ​ຈໍາ​ແນ​ກຜິວ​
ພັນ.  ທ່ານ ​ແມນ​ເດລລາ ​ໄດ້​ໃຊ້ ​ເວລາຢູ່​ໃນ​ຄຸກ 27 ປີ ​ຍ້ອນການ​ຄັດຄ້ານ​ຂອງ​ທ່ານ ​
ແລະໄດ້​ໂຜ່​ໂຕ​ຂຶ້ນມາ ​ເປັນ​ປະທານາທິບໍດີ​ຜິວ​ດໍາ​ຄົນ​ທໍາ​ອິດ​ຂອງ​ອາ​ຟຣິກາ​ໃຕ້​ ​ໃນ​ປີ 1994.
             ທ່ານ Nelson Mandela ອະດີດ​ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ເປັນຜູ້ນຳທີ່ຍິ່ງໃຫຍ່ ຂອງອາ​ຟຣິກາ​ໃຕ້ ແລະ ຂອງໂລກ ທີ່ມີຄວາມກ້າຫານ, ຄວາມອົດທົນໃນການຕໍສູ້ເພື່ອຄວາມເປັນທຳ, ຍຸຕິທຳ, ຄວາມເທົ່າທຽມກັນຂອງສັງຄົມບໍ່ວ່າຈະເປັນຜີວສີໃດ ຊົນຊາດ ເພດໃດ ລ້ວນແຕ່ເທົ່າທຽມກັນໝົດເພາະວ່າ: ເປັນມະນຸດໂລກເໝືອນກັນ ແລະ ກໍ່ຂໍອວຍພອນໃຫ້ດວງວິນຍານຂອງທ່ານ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ...

ທີ່ມາຂອງຂໍ້ມູນ: VOA lao

Tags: ອາຟຣິກາໃຕ້ | ສົ່ງສະການ | ອະດີດຜູ້ນໍາ | ທ່ານ Nelson Mandel | Oprah Winfrey | Richard Branson | ມະຫາ​ເສດຖີ | ໄວ້ອາ​ໄລ | ຕໍ່ສູ້​ເພື່ອ​ຄວາມ​ເປັນ​ທໍາ ​| ເພື່ອ​ຄວາມ​ເປັນ​ລະບຽບ​ | ຂອງ​ໂລກ | ໝູ່​ບ້ານ Qunu 

No comments:

Post a Comment