AD 728 x 90size

AD 728x90

August 08, 2013

ວິທີສ້າງ Apple ID ແບບບໍ່ຕ້ອງມີບັດ Credit

Enter Your Apple ID_General Knowledge
Enter Your Apple ID
"ຢາກມີ Apple ID ໄວ້ Download  App Free ທາງນີ້"

ຈາກປະສົບການທີ່ໄດ້ຮັບຮູ້ ແລະ ໄດ້ເຫັນບັນດາໝູ່ທີ່ໃຊ້ iPhone, iPad, iPod Touch ທັງຫຼາຍລົມກັນ ເວລາຈະໄປລົງ Program ໃດໜື່ງນັ້ນ, ຈຳເປັນຕ້ອງໄດ້ໄປຮ້ານ ເພື່ອໃຫ້ລົງ Program ໃຫ້ ເຊີ່ງອາດຈະມີຫຼາຍສາເຫດເຮັດບໍ່ເປັນແນ່ ຫຼື ອາດຈະຊື້ເຄື່ອງມາຈາກຮ້າຮດັ່ງກ່າວແລ້ວທາງຮ້າຮເພີ່ນໃຊ້ Apple ID ຂອງຮ້ານລົງໃຫ້ ເວລາຢາກລົງຫຍັງເພີ່ມກໍ່ບໍ່ຮູ້ລະຫັດຜ່ານເພີ່ນກໍ່ເລີຍກັບຄື່ນໄປລົງຢູ່ຮ້ານຕະຫຼອດ.



Apple ID
Apple ID
ແຕ່ທ່ານຮູ້ບໍ່ວ່າຄວາມເປັນຈີ່ງແລ້ວ Apple ສ້າງລະບົບການຕິດຕັ້ງ Program ໃຫ້ງ່າຍໆ ທີ່ໃຜໆ ກໍ່ເຮັດໄດ້ ແລະທີ່ສຳຄັນໃນ Apple Store ນັ້ນບໍ່ໄດ້ມີແຕ່ Program ເສຍເງີນຢ່າງດ່ຽວມັນຍັງມີ Program ໃຫ້ Download Free ອີກຫຼາຍໂຕ ພຽງແຕ່ທ່ານມີ Apple ID ເຊີ່ງມື້ນີ້ພວກເຮົາຈະສອນທ່ານສະໝັກ Apple ID ໄວ້ໃຊ້ Download Program Free ແບບບໍ່ຕ້ອງເສຍເງີນຈັກກີບ ( ແຕ່ຕ້ອງເສຍເງີນຄ່າໃຊ້ບໍລິການ Internet ເດີ...!ຫຼືລັກໃຊ້ເນັດຂອງໝູ່ກໍ່ໄດ້ຈື່ງບໍ່ເສຍຈັກກີບແທ້ໆ 555 ).
ໂດຍທົ່ວໄປແລ້ວ ຄົນສ່ວນຫຼາຍຈະເຂົ້າໃຈຜິດວ່າ ບໍ່ສາມາດສະໝັກ Apple ID ໄດ້ເນື່ອງຈາກວ່າ: ຕ້ອງມີບັດ Credit ກ່ອນຈື່ງສາມາດມີ Apple ID ໄດ້. ເພາະເວລາທີ່ເຮົາປ້ອມຂໍ້ມູນໄປນັ້ນຈະມີຂັ້ນຕອນໜື່ງ ໃຫ້ໃສ່ລາຍລະອຽດຂອງບັດ Credit ເຂົ້າໄປນຳ ແຕ່ຄວາມຈີ່ງແລ້ວຖ້າທ່ານບໍ່ມີບັດ Credit ກໍ່ສາມາດມີ Apple ID ໄດ້ເຊັ່ນກັນເຮົາລອງມາເຮັດໄປນຳກັນເລີຍ:
      1. ໃຫ້ທ່ານເຂົ້າໄປທີ່ App Store ທີ່ມີຢູ່ໃນ iPhone, iPad, iPod Touch or  iTunes ໃນ Computer ຂອງທ່ານກໍ່ໄດ້.
       2. ເມື່ອງເຂົ້າມາແລ້ວ ກໍ່ໃຫ້ເລືອກເອົາ Program ໃດໜື່ງກ່ອນກໍ່ໄດ້ທີ່ເປັນ Program Free ເຊີ່ງໃນທີ່ນີ້ເຮົາເລືອກເອົາ Program > Facebook ເປັນຕົວຢ່າງ ຫຼື ໃຫ້ທ່ານ Search ເອົາກໍ່ໄດ້.
       3.  ເມື່ອເຂົ້າມາແລ້ວໃຫ້ກົດປຸ່ມ Free ແລ້ວກໍ່ກົດປຸ່ມ Install ເລີຍ.
       4.  ຈາກນັ້ນລະບົບຈະທ້ວງຂື້ມາວ່າທ່ານຕ້ອງເຂົ້າສູ່ລະບົບກ່ອນ ເຊີ່ງໃນຂັ້ນຕອນນີ້ເຮົາຍັງບໍ່ມີ Apple ID ສະນັ້ນໃຫ້ທ່ານເຂົ້າທີ່ປຸ່ມ "Create New Apple ID" ດັ່ງຮູບລຸ່ມນີ້.
        5.  ຂັ້ນຕອນນີ້ແມ່ນໃຫ້ທ່ານປ້ອນຂໍ້ມູນ ປະເທດ ( ປະເທດລາວເຮົາຍັງບໍ່ມີເທື່ອກໍ່ໃຫ້ທ່ານໃສ່ຊື່ປະເທດອ້ອມຂ້າງເຮົາກໍ່ໄດ້ເຊັ່ນກັນ ) ຫຼັງຈາກນັ້ນໃຫ້ກົດປຸ່ມ Next ແລ້ວກົດປຸ່ມ Agree ກໍ່ຈະປະກົດ Form ໃຫ້ທ່ານປ້ອນ email , password ( ລະຫັດຜ່ານຈຳຕ້ອງມີ: ໂຕອັກສອນໃຫຍ່, ໂຕອັກສອນນ້ອຍ, ໂຕເລກ ແລະ ແລະຕ້ອງມີ 8 ໂຕຂື້ໄປເທົ່ນັ້ນ ) ແລະອື່ນໆໃຫ້ຄົບຖ້ວນໝົດແລ້ວກໍ່ກົດປຸ່ມ Next ຕໍ່ໄປ.
        6.  ເມື່ອມາຮອດໜ້ານີ້ແລ້ວ ລະບົບຈະໃຫ້ທ່ານປ້ອນຂໍ້ມູນບັດ Credit ຂອງທ່ານ ແຕ່ໃຫ້ທ່ານສັງເກດດີໆ ວ່າໃນບ່ອນ "Payment Card" ນັ້ນມັນຈະມີຄຳວ່າ: "None" ໃຫ້ທ່ານເລືອກໃສ່ເລີຍ ແລ້ວບ່ອນປ້ອນຂໍ້ມູນບັດ Credit ກໍ່ຈະຫາຍໄປທັນທີ ແລະ ໃຫ້ທ່ານປ້ອນຂໍ້ມູນທີ່ເຫຼືອຢູ່ຕາມປົກກະຕິ.
        7.  ຫຼັງຈາກປ້ອນຂໍ້ມູນແລ້ງໆ ກໍ່ກົດປຸ່ມ "None" ໄປເລີຍແລ້ວລະບົບຈະສົ່ງ email ໄປຫາບັນຊີ email ຂອງທ່ານທີ່ທ່ານໃຊ້ປ້ອນຂໍ້ມູນໄວ້ຂ້າງເທີງນັ້ນເພື່ອທີ່ຈະຢືນຢັນອີກເທື່ອໜື່ງ ກໍ່ໃຫ້ທ່ານເຂົ້າໄປກົດ " Verify Now > " ທີ່ email ຂອງທ່ານເທົ່ານີ້ກໍ່ເປັນອັນສຳເລັດ.
      ເມື່ອທ່ານເຮັດຕາມຂັ້ນຕອນຂ້າງເທີງສຳເລັດແລ້ວ ທ່ານກໍ່ສາມາດເຂົ້າໄປທີ່ App Store ເພື່ອ Download  > Program ຕ່າງໆ ໄດ້ເລີຍ ເຊີງແນ່ນອນວ່າໃນ App Store ນັ້ນມີ Free Program ໃຫ້ທ່ານໄດ້ Download ກັນແບບ Free ໆ ແລະ ແບບເສຍເງີນທ່ານສາມາດເລືອກໝວດຕ່າງໆໄດ້ວ່າ ຢາກໃຫ້ສະແດງອອກມາແບບໃດ. ໂດຍ Free Program ກໍ່ມີຫຼາຍໂຕເຊັ່ນ: facebook, twitter, skype... ແລະອື່ນໆ ອີກຫຼາຍ Program ໃຫ້ທຸກໆທ່ານໄດ້ລອງກັນ. ແຕ່ຫາກວ່າທ່ານທີ່ຈະຕ້ອງການ Download Program ທີ່ເສຍເງີນນັ້ນທ່ານຈຳເປັນຕ້ອງມີ Credit Card ໃນການຊື້ Program ຫຼື ຊື້  iTunes Gift card ມີບາງຮ້ານໃນລາວ ກໍ່ມີຈຳໜ່າຍແລ້ວ. ເພື່ອທ່ານຈະຊື້ Program ທີ່ເສຍເງີນກໍ່ໄດ້. ສ່ວນໃນກໍລະນີໄປຮ້ານທົ່ວໆໄປລົງ Program ໃຫ້ນັ້ນທີ່ເປັນ Program ທີ່ຜ່ານການ Hack ຫຼື Crack ມາແລ້ວ ນັ້ນເປັນການລະເມີດລິຂະສິດ. ຈື່ງຢາກແນະນຳໃຫ້ທ່ານລອງຫາ  Free Program ຢູ່ທີ່ App Store ດີກວ່າເພາະມັນຈະປອດໄພ ແລະບໍ່ເສຍເງີນອີກ, ເທົ່ານີ້ທ່ານກໍ່ສາມາດຕິດຕັ້ງ  Program ເອງໂດຍໂຕຂອງທ່ານແບບງ່າຍໆເລີຍ.

ທີ່ມາ: ecorner magazine

Tags: Apple ID | Facebook | Twitter | Skype | iTunes | Credit Card | Program | Hack | Crack | App Store | Free | Search | email | Download Program Free | Internet








No comments:

Post a Comment