AD 728 x 90size

AD 728x90

August 25, 2013

ວິທີການ Jailbreak iOS 6.x.x ເພື່ອລົງພາສາລາວ


ວິທີການ Jailbreak iOS 6.x.x ເພື່ອລົງພາສາລາວ

Jailbreak iOS 6.x.x_General Knowledge
Jailbreak iOS 6.x.x
ບົດຄວາມນີ້ສອນການ Jailbreak iPhone, iPad, iPod touch ທີ່ຕິດຕັ້ງລະບົບ
 iOS 6.0, 6.0.1, 6.0.2(iPhone 5) 6.1.1(iPhone 4S), 6.1.2 
ດ້ວຍໂປຣແກຣມ Evasi0n ເຊິ່ງເປັນການເຈວເບຣກທີ່ເວົ້າ ໄດ້ວ່າສົມບູນ ຫລື ທີ່ເອີ້ນກັນວ່
 Untethered Jailbreak ສິ່ງທີ່ໄດ້ຄືຫລັງຈາກເຈວເບຣກແລ້ວເຄື່ອງຈະປິດ-ເປີດ ໄດ້ຕາມປົກກະຕິ
(ບົດຄວາມນີ້ຈະສອນແຕ່ວິທີເຈວເບຣກເທົ່ານັ້ນ ແຕ່ຈະບໍ່ໄດ້ອະທິບາຍວ່າເຈວເບຣກແມ່ນຫຍັງ 
ທີ່ແນ່ໆພາຍຫລັງການເຈວເບຣກແລ້ວຈະເຮັດໃຫ້ ອຸປະກອນຂອງທ່ານພິມພາສາລາວໄດ້) 
ອຸປະກອນທີ່ຮັບຮອງມີດັ່ງນີ້:
iPhone 3GS, 4, 4S, 5
iPad 2, 3, 4
iPad mini
iPod touch 4G, 5G
Apple TV 2G

ຄຳເຕືອນ:
- Backup ຂໍ້ມູນທຸກຢ່າງໃນເຄື່ອງຂອງທ່ານລົງໃນ iTunes ຫລື iCloud ກ່ອນລົງມືເຈວເບຣກດ້ວຍ Evasi0n
ເພື້ອຄວາມໝັ້ນໃຈວ່າຂໍ້ມູນຂອງທ່ານຈະບໍ່ຫາຍຖ້າມີສິ່ງບໍ່ຄາດຄິດເກີດຂຶ້ນຈົນອາດຈຳເປັນຕ້ອງ Restore ເຄືອງໃໝ່
ຍົກເລີການປົດລ໋ອກໜ້າຈໍ (Lock Passcode) ໃນເຄື່ອງຂອງທ່ານກ່ອນລົງມືເຈວເບຣກເພາະອາດເຮັດ ໃຫ້ເກີດບັນຫາຕາມມາໄດ້
ກາລຸນາອົດທົນລໍຖ້າ ຢ່າເປີດໂປຣແກຣມ iTunes ຫລື Xcode ໃນຂະນະທີ່ກຳລັງເຈວເບຣກຫລືເວົ້າງ່າຍ ຫ້າມຈັບຄອມພີວເຕີຂອງທ່ານເລີຍຍິ່ງເປັນການດີ (ນັ່ງເບິ່ງຢ່າງດຽວ)
ຖ້າເກີດບັນຫາເຄື່ອງຄ້າງທີ່ຂັ້ນຕອນໃດໜຶ່ງທາງທີ່ດີທີ່ສຸດຄືປິດໂປຣແກຣມ > Reboot ເຄື່ອງໂດຍການ ກົດປຸ່ມ Home ແລະ ປຸ່ມ Power ພ້ອມກັນຄ້າງໄວ້ຈົນກວ່າເຄື່ອງຂອງທ່ານຈະເປີດຄືນ ແລະ ລອງເຈວ ເບຣກໃໝ່
ເຄື່ອງລ໋ອກຫລືເຄື່ອງທີ່ນຳເຂົ້າຈາກຕ່າງປະເທດທີ່ຕິດສັນຍາຫ້າມ Update ເດັດຂາດ (ຖ້າຍັງບໍ່ທັນໄດ້ ປົດລ໋ອກຖາວອນ)

ສິ່ງທີ່ຕ້ອງກະກຽມ:
1. ຄອມພີວເຕີທີ່ລົງໂປຣແກຣມ iTunes ແລ້ວ 
2. ໂປຣແກຣມ Evasi0n ສໍາລັບ JailBreak ດາວໂຫລດໄດ້ທີນີ້ www.evasi0n.com
3. ໃຊ້ເວລາໜ້ອຍກວ່າ 5 ນາທີ
4. ກຽມໃຈໃຫ້ພ້ອມ

 ຂັ້ນຕອນການ Jailbreak iOS 6.x.x ແບບສົມບູນ
1. ປິດທຸກແອ (Apps) ໃນ Multitasking ຈາກນັ້ນເຊື່ອຕໍ່ ອຸປະກອນຂອງທ່ານເຂົ້າຄອມພີວເຕີຜ່ານສາຍ USB ແລະ ປິດໂປຣມແກຣມ iTunes
2. ເປີດໂປຣມແກຣມ Evasi0n ຂຶ້ນມາເຊື່ອຕໍ່ອຸປະກອນພຽງອັນດຽວເທົ່ານັ້ນ
3. ກົດປຸ່ມ Jailbreak ແລ້ວລໍຖ້າ

ວິທີການ Jailbreak iOS 6.x.x ເພື່ອລົງພາສາລາວ_General Knowledge
ວິທີການ Jailbreak iOS 6.x.x ເພື່ອລົງພາສາລາວ
Jailbreak 1
Jailbreak 1
 4. ຫ້າມແຕະຕ້ອງເຄື່ອງຂອງທ່ານເດັດຂາດ (ນັ່ງເບິ່ງຢ່າງໃຈເຢັນ)

Jailbreak 2
Jailbreak 2


Jailbreak 3
Jailbreak 3
Jailbreak 4
Jailbreak 4
5. ປົດລ໋ອກໜ້າຈໍໂທສະລັບຂອງທ່ານ (Slide to Unlock)

Jailbreak 5
Jailbreak 5 
6. ຫລັງຈາກນັ້ນກົດປຸ່ມ Jailbreak

after Jailbreak
after Jailbreak
 7. ຫລັງຈາກນັ້ນລະບົບຈະດຳເນີນການເອງອັດຕະໂນມັດຈົນກວ່າຈະສຳເລັດ

preparing final Jailbreak data...
preparing final Jailbreak data...
Jailbreak complete
Jailbreak complete
- ການເຈວເບຣກແມ່ນສຳເລັດແລ້ວ, ລໍຖ້າເຄື່ອງຂອງທ່ານ Restart

ລໍຖ້າເຄື່ອງຂອງທ່ານ Restart
ລໍຖ້າເຄື່ອງຂອງທ່ານ Restart
10. ການເຈວເບຣກແມ່ນຈຳເລັດສົມບູນແລ້ວ ແລະ ເຄື່ອງຂອງທ່ານຈະມີໄອຄອນ Cydia ຂຶ້ນມາ

After Jailbreak complete
 After Jailbreak complete

 ທີ່ມາ: iphonemod
Tags: Jailbreak iOS 6.x.x, Cydia | Apps | iTunes | Evasi0n | USB | Reboot | iPhone 3GS | 4 | 4S | 5 |  ພິມພາສາລາວ | iCloud 





No comments:

Post a Comment