Lao Script for Window |
ບໍ່ເວົ້າຍາວນໍ ເຂົ້າເລື່ອງກັນເລີຍ ມື້ນີ້ ຄໍລຳຂອງພວກເຮົາ ຂໍສະເໜີວິທີການຕິດຕັ້ງໂປຣ
ແກຣມພາສາລາວ ເພື່ອໃຊ້ໃນການຂຽນພາສາລາວໃນວິນໂດສ໌ ເຊິ່ງຈະຄອບຄຸມຕັ້ງແຕ່
ວິນໂດສ໌ເອັກສ໌ພີ (XP) ຂື້ນໄປ ຈົນເຖິງ ວິນໂດສ໌ 7 ໃນຕົວຢ່າງບົດນີ້ ພວກເຮົາໃຊ້ລະບົບ
ວິນໂດສ໌ເຈັດ ( Windows 7 ) ສະນັ້ນ ອາດແຕກຕ່າງກັບວິນໂດສ໌ XP ໜ້ອຍໜຶ່ງ ມາເລີ່ມຕິດຕັ້ງກັນເລີຍ.
1. ກ່ອນອື່ນເຂົ້າໄປດາວໂຫຼດໂປຣແກຣມມາສາກ່ອນ ຕາມຮູບດ້ານລຸ່ມເລີຍນໍ:
- ເປີດໂປຣແກຣມເຂົ້າເວັບໄຊທ໌ ໃນທີ່ນີ້ເຮົາໃຊ້ໂປຣແກຣມໝາປ່າໄຟ ( Firefox ) (ຮູບທີ 1).
Mozilla Firefox |
- ພິມຊື່ ເວັບໄຊທ໌ http://vientianemai.net ແລະ ກົດປຸ່ມ Enter ຢູ່ Keyboard ເພື່ອເຂົ້າເວັບໄຊທ໌.
- ເລື່ອນໜ້າເວັບລົງມາ ທາງດ້ານຂວາມືຈະເຫັນປ້າຍສີແດງທີ່ຂຽນວ່າ ຕິດຕັ້ງພາສາລາວ
ເພື່ອອ່ານ ແລະ ຂຽນຄຳເຫັນເປັນພາສາລາວ ໃຫ້ກົດທີ່ນັ້ນໄດ້ເລີຍ (ຮູບທີ 2).
- ໂປຣແກຣມຈະທຳການເປີດໜ້າເວັບໄຊທ໌ຂຶ້ນມາໃໝ່ ທາງດ້ານຂວາມື ຈະເຫັນຄຳວ່າ Free Download - Waitingtime (30) ມັນຈະເປັນການນັບເວລາຖອຍຫຼັງ 30 ວິນາທີ ໃຫ້ລໍຖ້າຈົນຈະເຫັນຄຳວ່າ Free Download - Waitingtime ທີ່ບໍ່ມີຕົວເລກນັບຖອຍຫຼັງ ແລ້ວກົດໃສ່ປຸ່ມນັ້ນທັນທີ (ຮູບທີ 3).
free Downloads lao script for Windows |
- ເວັບໄຊທ໌ຈະເປີດໜ້າໃໝ່ຂື້ນມາ ຈະເຫັນຄຳວ່າ Please wait 30 seconds to download this
fileຈະຕ້ອງລໍຖ້າໃຫ້ການນັບຖອຍຫຼັງອີກ 30 ວິນາທີ ແລ້ວຈະປະກົດໃຫ້ເຫັນຄຳວ່າ You can start
the FREE Download now ໃຫ້ກົດທີ່ປຸ່ມນັ້ນທັນທີ ເພື່ອທຳການດາວໂຫຼດມາເກັບໄວ້ໃນເຄື່ອງຂອງ
ເຮົາ (ຮູບທີ 4).
FREE Download now |
- ຈະມີໜ້າຕ່າງຂື້ນມາຖາມວ່າ ເຈົ້າຕ້ອງການທີ່ຈະບັນທຶກຟາຍລ໌ນີ້ ? (Would you like to save this file ?) ໃຫ້ທ່ານກົດທີ່ປຸ່ມ Save file (ຮູບທີ 5).
Save File |
- ໂປຣແກຣມຈະດາວໂຫຼດມາເກັບໄວ້ໃນເຄື່ອງຂອງພວກເຮົາ ລໍຖ້າຈົນໃຫ້ຄົບ 100% ເຊິ່ງໂປຣ
ແກຣມໝາປ່າໄຟນີ້ ຈະເກັບໄວ້ຢູ່ກ່ອງ My Documents ແລະເຂົ້າໄປທີ່ກ່ອງ Downloads ໃນວິນ
ໂດສ໌ XP ແຕ່ໃນຕົວຢ່າງການຕິດຕັ້ງໃນບົດນີ້ ພວກເຮົາໃຊ້ວິນໂດສ໌ເຈັດ (Windows 7) ມັນກໍເລີຍ
ໄປຢູ່ທີ່ C:\Users\iTeen\Downloads ຄືຢູ່ໃນຮູບທີ ... ຈະເຫັນມີຟາຍລ໌ທີ່ເຮົາດາວໂຫຼດມາ
ຊື່ວ່າ LSWin7.msi (ຮູບທີ 6).
LSWin7.msi |
2. ການຕິດຕັ້ງໂປຣແກຣມ.
- ການຕິດຕັ້ງແມ່ນໃຫ້ເປີດຟາຍລ໌ LSWin7.msi ຂື້ນມາ ໂດຍການກົດເມົ້າສອງຄັ້ງ
(Double Click) ໃສ່ຊື່ຟາຍລ໌ນັ້ນ ແລ້ວຈະມີໜ້າໂປຣແກຣມເປີດຂື້ນມາ ໂປຣແກຣມຈະຖາມວ່າ
ເຈົ້າຕ້ອງການຈະແລ່ນຟາຍລ໌ນີ້ ? ໃຫ້ກົດທີ່ປຸ່ມ Run ໄດ້ເລີຍ ແລ້ວຈະມີໜ້າຕ່າງໃໝ່ຂື້ນມາ (ຮູບທີ 7).
Run file LSWin7.msi |
- ໃຫ້ກົດທີ່ປຸ່ມ Next ເພື່ອຕິດຕັ້ງ (ຮູບທີ 8).
Next install 1 |
- ແລ້ວໃຊ້ເມົ້າກົດໃສ່ຮູສີ່ລ່ຽມນ້ອຍໆ ທີ່ມີຄຳວ່າ I accept the terms in the License
Agreement ເພື່ອຕິກຍອມຮັບຂໍ້ຕົກລົງຂອງໂປຣແກຣມ ແລະກົດປຸ່ມ Next ຕາມຮູບທີ 9.
Next install 2 |
- ແລ້ວຈະມີ 3 ຕົວເລືອກ ໃຫ້ກົດເລືອກທີ່ປຸ່ມ Typical ຕາມຮູບທີ 10 ໄດ້ເລີຍ.
Typical |
- ແລ້ວກົດປຸ່ມ Install ເປັນອັນສຳເລັດການຕິດຕັ້ງ (ຮູບທີ 11 ແລະ 12).
Install |
3. ການນຳໃຊ້ເບື້ອງຕົ້ນ:
Finish Install |
.
- ການເປີດໂປຣແກຣມ ໃຫ້ເຂົ້າໄປທີ່ Start Menu ຕາມຮູບໄດ້ເລີຍ (ຮູບທີ 13).
- ເລື່ອນລົງມາ ຈະເຫັນຄຳວ່າ Lao Script for Windows 7.0 ໃຫ້ກົດເມົ້າໃສ່.
- ແລ້ວກົດໃສ່ Lao Keyboard Mapping ເພື່ອເປີດໂປຣແກຣມ.
Lao Script for Windows 7.0 |
- ສາມາດກວດສອບໄດ້ ວ່າໂປຣແກຣມ Lao Script ເປີດຢູ່ ຫຼືບໍ່ ດັ່ງຮູບທີ 14.
After Install |
- ການປັບປຸງໂປຣແກຣມ ເພື່ອໃຫ້ສາມາດພິມພາສາລາວໄດ້ໃນເວັບໄຊທ໌ ດັ່ງຮູບທີ 15 ລຸ່ມນີ້:
ກໍ່ສາມາດພິ່ມພາສາລາວໄດ້ ໃນເວັບໄຊທ໌ ແລະອື່ນໆ |
Tags: Lao Script for Windows | Keyboard Lao | Font Laos | Windows 7 | xp | Firefox | Free Download | Downloads | vientianemai
No comments:
Post a Comment