AD 728 x 90size

AD 728x90

August 07, 2013

ໂປຣແກຣມຈັບພາບໜ້າຈໍ ຫຼື Screenshot

PrtScr Program_General Knowledge
PrtScr Program



ເຄີຍຫຼືບໍ່? ຢາກຈັບພາບໜ້າຈໍແຕ່ບໍ່ຈັກຊິເຮັດແນວໃດ? ເຄີຍຫຼືບໍ່? ຢາກຈັບພາບໜ້າຈໍສະເພາະສ່ວນ ແຕ່ກົດ Print Screen ແລ້ວມັນຈັບໝົດທັ້ງຈໍ? 
ເຄີຍຫຼືບໍ່? ຈັບກ້ອງຂື້ນມາຖ່າຍພາບໜ້າຈໍ? 

ເພາະບໍ່ຮູ້ຊິ Capture ພາບໜ້າຈໍຄອມ! ບັນຫາເຫຼົ່ານີ້ຈະໝົດໄປ ຂ້າພະເຈົ້າຈະນຳເອົາໂປຣແກຣມນ້ອຍໆ ທີ່ຊ່ວຍໃຫ້ທ່ານຜູ້ອ່ານສາມາດຈັບພາບໜ້າຈໍທັງຈໍ ຫຼື ຈັບສະເພາະສ່ວນ ແບບເລືອກຂີດເອົາເລີຍວ່າໄດ້ບ່ອນໃດຮອດບ່ອນໃດມາແນະນຳກັນ!
   ສຳຫຼັບໂປຣແກຣມທີ່ວ່ານີ້ ມີຊື່ວ່າ: PrtScr ເຊີ່ງແນ່ນອນລະເນາະວ່າເປັນໂປຣແກຣມຟຣີ ສາມາດດາວໂຫລດໄປໃຊ້ໄດ້ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍແຕ່ປະການໃດ
ການດາວໂຫລດສາມາດເຮັດໄດ້ໂດຍໄປທີ່ http://www.fiastarta.com/PrtScr/ ກໍ່ຈະພົບກັບໜ້າເວັບໄຊທ໌ຂອງໂປຣແກຣມດັ່ງກ່າວ ໃຫ້ຄຣິກທີ່ຫົວຂໍ້ Download ດ້ານເທີງ ແລ້ວຄຣິກທີ່ປຸ່ມ Download ເພື່ອໃຫ້ດາວໂຫລດ PrtScr ມາ.

    ຫຼັງຈາກ Download ທາຮຽບຮ້ອຍແລ້ວ ເຮົາກໍ່ຈະໄດ້ໄຟລ໌( File ) ຊື່ PrtScrSetup.exe ໃຫ້ຄຣິກສອງເທື່ອ (Double Click ) ເພື່ອເລີມຕົ້ນການຕິດຕັ້ງ ເຊີ່ງການຕິດຕັ້ງ ກໍ່ງ່າຍດາຍ ພຽງແຕ່ຄຣິກ Next ໄປສາມຄັ້ງ ແລ້ວກໍ່ Click => Install ຈາກນັ້ນ ມັນກໍ່ຈະຕິດຕັ້ງໂຕເອງລົງໃນລະບົບຂອງເຮົາ ແລ້ວກໍ່ Click => Finish ກໍ່ເປັນອັນຮຽບຮອ້ຍແລ້ວ.
    ຫຼັງຈາກຕິດຕັ້ງໂປຣແກຣມແລ້ວແລ້ວໆ ຫາກເຮົາເລືອກໃຫ້ໂປຣແກຣມຫຼັງຈາກການຕິດຕັ້ງ ໂປຣແກຣມ PrtScr ກໍ່ຈະຂື້ນເປັນໜ້າມາໃຫ້ເຮົາເລືອກບ່ອນທີ່ເຮົາຕ້ອງການຈັບພາບໜ້າຈໍ ຫາກເຮົາບໍ່ຕ້ອງການຈັບພາບໜ້າຈໍເທື່ອໃຫ້ກົດ Esc ເພື່ອປິດໄປກ່ອນ.

Capture
Capture
    ໃຫ້ສັງເກດດ້ານຂວາລຸ່ມຂອງຈໍ ຕ່ຳແໜ່ງຂອງຈໍ ຕຳແໜ່ງຂອງ Tray bar ຈະເຫັນ Icon ຂອງ PrtScr ປະກົດຂື້ນມາ ເປັນຮູບໂຕກາຕູນຜົມສີບົວ ເຊີ່ງຫາກ Click ຂວາ ເຮົາຈະພໍ້ວ່າມີເມນູ Capture Now ຄືຈັບພາບຕອນນີ້ເລີຍ ຫຼື Capture in 5 sec ຈັບພາບໂດຍນັບຖອຍຫຼັງ 5 ວິນາທີ ແລະ Capture in 30 sec ຄືນັບຖອຍຫຼັງ 30 ວິນາທີ ແລະ ນອກຈາກນັ້ນກໍ່ຍັງສາມາດຕັ້ງຄ່າໄດ້ໂດຍ Click Show Settings.
    ໃນໜ້າ Settigs ເຮົາສາມາດຕັ້ງຄ່າຂອງປຸ່ມລັດ ຫຼື Hot key ເພື່ອຈັບພາບໜ້າຈໍໄດ້ ແລະ ລະບຸໄດ້ວ່າ ຫຼັງຈາກຈັບພາບແລ້ວໃຫ້ໂປຣແກຣມເຮັດຫຍັງຕໍ່ໄປແລ້ວກໍ່ຄ່າອື່ນໆອີກຈຳນວນໜື່ງໃຫ້ສາມາດປັບແຕ່ງໄດ້ເຊັ່ນ: ນາມສະກຸນ File ໃຫຫຫ້ຕ້ອງກາານໃຫ້ບັນທຶກພາບເປັນຕົ້ນ.

Save as... Capture
Save as... Capture
    ກໍ່ຫວັງວ່າໂປຣແກຣມນີ້ຈະເປັນປະໂຫຍດຕໍ່ທ່ານຜູ້ອ່ານທີ່ສົນໃຈ ແລະ ຢາກຮູ້ວິທີ່ຈັບພາບໜ້າຈໍທຸກທ່ານ.
    ທີ່ມາ: ecorner magazine
Tags: Screenshot | Print Screen | Capture | PrtScr | Hot key |  Finish



No comments:

Post a Comment