AD 728 x 90size

AD 728x90

August 16, 2013

ວິທີແກ້ຈໍສີຟ້າ ຫຼື Blue Screen of Death ໃນ Windows 7

Blue Screen of Death_General Knowledge
Blue Screen of Death

ຈໍສີຟ້ານັ້ນຈະ Boot ເຄື່ອງກັບໄປກັບມາແລ້ວສະແດງ Error ຕົວໜັງສືຂາວພື້ນສີຟ້າຫຼືເອີ້ນວ່າ: Blue Screen of Death ນັ້ນເອງ
ມັນຈະ Boot ເຄື່ອງໃໝ່ໂດຍທີ່ເຮົາບໍ່ທັນໄດ້ອ່ານຂໍ້ຄວາມ ຫຼື ອ່ານໄດ້ທັນ ( Error ) ຕ້ອງປິດຕົວເລືອກການ Reboot ເຄື່ອງ Auto ເພື່ອໃຫ້ເຄື່ອງຢຸດລໍຖ້າອ່ານຫຼ້າຈໍສີຟ້າແລ້ວຈີ່ງຄ່ອຍແກ້ບັນຫາໜ້າຈໍສີຟ້າຕາມລຳດັບ.
    1.  ຄຣິກຂວາທີ່ Icon  Computer => Properties => Advance System Setting ທີ່ດ້ານຊ້າຍມືແລ້ວຄຣິກTape / Advance  => Setting ພາຍໃນຫົວຂໍ້ Startup and Recovery ຈາກນັ້ນໃຫ້ທ່ານເຕັກຍົກເລີກເຄື່ອງໝາຍຖືກອອກທີ່ໜ້າຫົວຂໍ້ Automatically Restart ໃນຫົວຂໍ້ System Failure ແລ້ວ Click ທີ່ປຸ່ມ Ok .


   2.  Start => Shutdown ແລ້ວໃຫ້ທ່ານທຳການຖອດສາຍ Cable ທີ່ໃຊ້ຕິດຕໍ່ອອກທັງໝົດ.
   3.  ເປີດເຄື່ອງໃໝ່ແລ້ວໃຫ້ທ່ານ Uninstall Driver ປີກຍ່ອຍຂອງອຸປະກອນແລ້ວ Shutdown ອີກຄັ້ງ.
   4.  ໃຫ້ທ່ານທຳການ Restart ເຄື່ອງຂອງທ່ານອີກຄັ້ງລອງໄລ່ຕິດຕັ້ງ Driver ທີ່ລະໂຕພ້ອມກັບ Boot ເຄື່ອງໄປດ້ວຍ ພາຍຫຼັງຈາກທ່ານໄດ້ຕິດຕັ້ງ Driver ຖ້າບໍ່ພົບໜ້າຈໍສີຟ້າໃຫ້ຕິດຕັ້ງ Driver ອຸປະກອນຕໍ່ໄປ.
   5.  ໃຫ້ທ່ານເປີດໂໝດ  Davice Manager ຂື້ນມາກວດສອບ ໃຫ້ແນ່ໃຈວ່າຍັງມີ Driver ໂຕໃດອີກທີ່ຍັງບໍ່ທັນ Update ໂດຍທີ່ໃຫ້ທ່ານສັງເກດທີ່ເຄື່ອງໝາຍຕົກໃຈ (!) ສີເຫຼືອງ ຫຼືເຄື່ອງໝາຍກາກະບາດ (x) ສີເຫຼືອງ.
    6. ໃຫ້ທ່ານ Boot ເຄື່ອງໃໝ່ ແລ້ວກົດປຸ່ມ F2 ຫຼື ກົດປຸ່ມ Delete ທີ່ Keyboard ຂອງທ່ານ ເພື່ອກວດສອບຄວາມເຂົ້າກັນໄດ້ຂອງອຸປະກອນພາຍໃນ Bios ແລະ ກວດສອບຄວາມຖືກຕ້ອງຂອງອຸປະກອນ ແລະ Bios ວ່າເປັນລຸ້ນລ່າສຸດຫຼືບໍ່, ຖ້າ Bios ເບີ່ງເຫັນອຸປະກອນກໍ່ສະແດງວ່າໃຊ້ງານຮ່ວມກັນດີ.
   7. ກວດສອບຂໍ້ຜິດພາດທີ່ບັນທືກໄວ້ໃນ File / *.log/*.dmp ດ້ວຍຢູ່ທີ່ List / Event Viewer ເພື່ອຄົ້ນຫາຂໍ້ຜິດພາດວ່າສາເຫດທີ່ເກີດຂື້ນຊ່ວງຕິດຕັ້ງ Driver ຫຼປະກັົດຂໍ້ຜິດພາດ Stop Error ຂື້ນມາໃນລາຍການ Windows Logs ທີ່ຫົວຂໍ້ Setup.
   8.  ຫຼືກວດສອບທີ່ Folder ລະບົບໂດຍພີ່ມຄຳສັງ %systemroot% ໃສ່ລົງໃນ Box / Search ແລ້ວກໍ່ກົດປຸ່ມ <Enter> ທີ່ແປ້ນພີ່ມ ໃຫ້ທ່ານກວດສອບ File / *.log ດ້ານລຸ່ມນີ້ວ່າເກີດຫຍັງຂື້ນ ຫຼື ບັນຫາທີ່ໃດ.

%systemroot%
\setupspi.log
ໃຊ້ໃນການບັນທຶກຂໍ້ມູນຊ່ວງມີການ Update Driver ກວດສອບວ່າ Driver ໂຕໃດເມື່ອເຮົາທຳການ Update ແລ້ວມີບັນຫາ.

%systemroot%
\setuperr.log
ໃຊ້ສຳຫຼັບບັນທືກຂໍ້ມູນທີ່ຜິດພາດທັງໝົດທີ່ເກີດຂື້ນກັບອຸປະກອນແລະ Driver ຊ່ວງທີ່ຕິດຕັ້ງ Windows ນີ້.

%systemeoot%
\memory.dmp
ໃຊ້ສຳຫຼັບບັນທືກຂໍ້ມູນທີ່ຜິດພາດທັງໝົດທີ່ເກີດຂື້ນໃນ Ram .

  • ຖ້າຫາກການແກ້ໄຂດ້ວຍວິທີດັ່ງກ່າວແລ້ວຍັງບໍ່ຫາຍ ໃຫ້ທ່ານເຂົ້າໄປທີ່ Website ຂອງ Microsoft ທີ່ໜ້າ Page / Microsoft Knowledge Base ໃຫ້ທ່ານພີ່ມໝາຍເລກ Stop Error ລົງໃນຊ່ອງຄົ້ນຫາ ຍົກຕົວຢ່າງ: (0x0000000A) ກໍ່ຈະປະກົດຫົວຂໍ້ໃນການວິເຄາະ ແລະ ເທັກນິກການແກ້ໄຂບັນຫາໃຫ້ກັບຂໍ້ຜິດພາດທີ່ຕ້ອງການ.
  • ໃຫ້ທ່ານທຳການ Boot ເຄື່ອງໃໝ່ອີກຄັ້ງ ໂດຍກົດປຸມ F2  ຫຼື Delete ຢູ່ເທີງ Keyboard ຂອງທ່ານເຂົ້າໄປໜ້າຈໍ Bios ແລ້ວໃຫ້ Disable ປິດຕົວເລືອກຄ່າທີ່ເປັນຄຳວ່າ: Caching ຫຼື Shadowing Memory ແລ້ວບັນທືກຄ່າກວດສອບວ່າ: ເກີດໜ້າຈໍສີຟ້າຂຶ້ນຫຼືບໍ?
  • ຖ້າຫາກຍັງບໍ່ຫາຍ ຈະຕ້ອງໄດ້ທຳການ Update Driver ຂອງອຸປະກອນບາງໂຕ ທີ່ເປັນລຸ້ລ່າສຸດຈາກ Website ຂອງຜູ້ຜະລິດ.
  • ອາການ ຫຼື ບັນຫາຈໍສີຟ້າສ່ວນໃຫຍ່ເກີດຂື້ນມາຈາກ Driver ກາດຈໍອາດຈະຕິດຕັ້ງຜິດລຸ້ນ ຫຼື ຜິດຍີ່ຫໍ້ ແຕ່ສາມາດທຳງານໄດ້. ວິທີ່ແກ້ບັນຫາຄືໃຫ້ທຳການ Boot ເຄື່ອງໃໝ່ແລ້ວກົດ  F8 ໃຫ້ເລືອກລາຍການ Enable Low Resolution Video (640x480) ຢູ່ໃນ Advanced Boot Option ເພື່ອທຳການຕັ້ງຄ່າຄວາມລະອຽດຂອງກາດຈໍໃຫ້ຕ່ຳທີ່ສຸດ ຈາກນັ້ນຈີ່ງທຳການ Update Driver ທີ່ຖືກຕ້ອງ ຈາກຜູ້ຜະລິດ ຖ້າຫາກໃຊ້ Hard disk Interface ແບບ ( SCSI) ໃຫ້ກວດສອບວ່າ: ຖືກເລືອກໄວ້ ຫຼື ບໍ? ຫຼືຕັ້ງຄ່າເປີດໃຊ້ງານໃຫ້ Hard disk ຫຼືບໍ? ໃນຄ່າຂອງ Bios ເພາະອາດຈະໄປຂັດແຍ້ງການມອງເຫັນກັນພາຍໃນລະບົບ Windows ພຽງເທົ່ານີ້ກໍ່ຈະເຮັດໃຫ້ຜູ້ໃຊ້ ສາມາດ ແກ້ໄຂບັນຫາຈໍສີຟ້າ ຫຼື ນ້ຳເງີນ ເບື້ອງຕົ້ນໄດ້ແລ້ວ.
ຫຼັງຈາກແກ້ບັນຫາງ່າຍໆ ເຫຼົ່ານີ້ບໍ່ຕ້ອງຄິດໃຫ້ປວດຕັບ ໃຫ້ທ່ານສັງເກດວ່າ ບັນຫາມາຈາກສ່ວນໃດ ຢ່າເຮັດ ຫຼືທຳການແກ້ແບບເດົາເອົາ ອາດເຮັດໃຫ້ທ່ານເສຍເວລາອັນມີຄ່າຂອງທ່ານ ພະຍາຍາມສືກສາ log ຫຼື dump / Files ທີ່ບັນທືກໄວ້ໃນເມື່ອເວລາທີ່ເກີດບັນຫາໆ ຈະລະບຸເອົາໄວ້ແບບຊັດເຈນ ຈະແກ້ໄຂບັນຫາໄດ້ຢ່າງຖືກຕ້ອງແລະວ່ອງໄວອີກດ້ວຍ.

Tags: Blue Screen | Reboot | Error | Bios | Dump | Update | Windows | Hard disk | Resolution | Update Driver | Ram | Microsoft Knowledge | Forum  | Free post ads  | IT | News | Games | WordPree | SEO







No comments:

Post a Comment