AD 728 x 90size

AD 728x90

August 21, 2013

ລະຫັດ Blue Screen ( ຈໍສີຟ້າ ) ສຳຫຼັບຄົນທີ່ມີບັນຫາຕະຫຼອດທີ່ສຸດ


รหัส Blue Screen ( จอฟ้า ) สำหรับคนซ่อมคอมบ่อยๆ_General Knowledge
Blue Screen 
 ຄຳວ່າ Blue Screen of Death ຄົນທີ່ໃຊ້ Computer:
ຄົງຈະຮູ້ກັນດີ ແລະ ເປັນສີ່ງທີ່ ທຸກຄົນບໍ່ປາດຖະໜາ ບໍ່ຢາກໃຫ້ເກີດຂື້ກັບເຄື່ອງຂອງຕົວເອງຢ່າງແນ່ນອນ ເພາະມັນເປັນສັນຍານເຕື່ອນວ່າເຄື່ອງ Computer ຂອງເຮົາເລີມມີ ບັນຫາ

        ມັນຈະບອກອອກມາເປັນ ລະຫັດເຊີ່ງເຮົາກໍ່ບໍ່ສາມາດຮູ້ໄດ້ ມັນເປັນອາການ ຫຼືສາເຫດມາຈາກຫຍັງ ລະຫັດທີແຈ້ງ Blue Screen ມີເປັນ ຮ້ອຍໆ ວັນນີ້ຈະແນະນຳບາງ ລະຫັດທີ່ພົບເຈີກັນຫຼາຍທີ່ສຸດ ດັ່ງລຸມນີ້ເລີຍ: 


(stop code 0X000000BE)Attempted Write To Readonly Memory
ສາເຫດແລະແນວທາງແກ້ໄຂ:
      ອາການນີ້ເກີດຂື້ນມາຈາກ ການລົງ driver ຫຼື Program ຫຼື service ເກີດຜິດພາດ ເຊັ່ນ: File ບາງ File ເສຍຫາຍ ແລະ Driver ຄົນລະລຸ້ນກັນ. 
 
ການແກ້ໄຂ ໃຫ້ uninstall Programe ໂຕທີ່ທ່ານໄດ້ລົງກ່ອນໜ້າທີ່ຈະເກີດເຫດການ ຫຼື ບັນຫານີ້ ຖ້າຫາກເປັນ Driver ກໍ່ໃຫ້ທຳການ roll back Driver ຕົວເກົ່າມາໃຊ້ ຫຼື ຫາ Driver ໂຕລ່າສຸດມາລົງ ຖ້າຫາກມີໂຕທີ່ໃໝ່ກ່ວາ ຖ້າຫາກເປັນພວກ service ຕ່າງໆ ທີ່ເຮົາເປີດກ່ອນເກີດບັນຫາໃຫ້ທ່ານປິດ ຫຼື disable , service ນັ້ນໆ.

(stop code 0X000000C2) Bad Pool Caller
ສາເຫດແລະແນວທາງແກ້ໄຂ:
      ໂຕນີ້ ມັນເປັນອາການຄ້າຍໆໂຕທາງເທີງ ແຕ່ມັນເນັ້ນທີ່ໂຄ hardware ຄືເກີດຈາກການ Upgrade ເຄື່ອງຕ່າງໆເຊັ່ນ:  ram ,harddisk , Card ຕ່າງ
ໆ 
compatible ກັບ XP ແນວທາງແກ້ໄຂ . ກໍ່ໃຫ້ເອົາອຸປະກອນທີ່ Upgrade ອອກ ຖ້າຫາກຈຳເປັນຕ້ອງໃຊ້ ກໍ່ໃຫ້ທ່ານທຳການລົງ Driver ຫຼື Update  firmware ຂອງອຸປະກອນນັ້ນໃໝ່ ແລະຄຳເຕື່ອສຳຫຼັບການ Update ໃຫ້ປິດພວກ anti-virus ກ່ອນເພາະພວກ anti-virus ມັນເບີງວ່າເປັນ ໄວຣັດ.

(stop code 0X0000002E) Data Bus Error 
ສາເຫດແລະແນວທາງແກ້ໄຂ:
      ອາການເກີດຈາກການສົ່ງຂໍ້ມູນ ທີ່ເອີ້ນວ່າ BUS ຂອງ Hardware ເສຍຫາຍ ເຊີ່ງໄດ້ແກ່ ລະບົບ Ram, Cache L2 ຂອງ CPU , Memory Card ຈໍ, Memory ທຳງານໜັກຈົນເຖີງຂັ້ນ error (ຮ້ອນເກີນໄປ) ແລະ MainBoard ເສຍ.

(stop code 0X000000D1)Driver IRQL Not Less Or Equal 
ສາເຫດແລະແນວທາງແກ້ໄຂ:
      ອາການ Driver ກັບ IRQ(Interrupt Request ) ບໍ່ຕົງກັນ ແນວທາງການແກ້ໄຂກໍ່ເໝືອນຂໍ້ທີ່ 1

(stop code 0X0000009F)Driver Power State Failure 
ສາເຫດແລະແນວທາງແກ້ໄຂ: 
      ອາການນີ້ ເກີດຂື້ນມາຈາກ ລະບົບການຈັດການພະລັງງານ ກັບ Driver ຫຼື Service ໂຕໃດກໍ່ໃຫ້ uninstall ໂຕນັ້ນ ຫຼືໃຊ້ວິທີ່ Rollback driver ຫຼື ຈະປິດລະບົບຈັດການພະລັງງານຂອງ Windows.

(stop code 0X000000CE) Driver Unloaded Without CancellingPendingOperations
ສາເຫດແລະແນວທາງແກ້ໄຂ: 
      Driver ປິດໂຕລົງທັ້ງໆ ທີ່ Windows ຍັງບໍ່ທັນໄດ້ສັ່ງ ການແກ້ໄຂເໝືອນຂໍ້ 1

(stop code 0X000000F2)Hardware Interrupt Storm
ສາເຫດແລະແນວທາງແກ້ໄຂ:  
      ອາການທີ່ເກີດຂື້ນຈາກອຸປະກອນ Hardware ເຊັ່ນ:  USB ຫຼື SCSI controller ຈັດຕ່ຳແໜ່ງ IRQ ຜິດພາດ ສາເຫດຈາກ Driver ຫຼື  Firmware ແນວທາງການແກ້ໄຂເໝືອນຂໍ້  1

(stop code 0X0000007B)Inaccessible Boot Device
ສາເຫດແລະແນວທາງແກ້ໄຂ: 
      ອາການນີ້ມັກຈະເຈີຕອນ Boot Windows ມັນຈະສະແດງຂໍ້ຄວາມ ບອກວ່າ: ບໍ່ສາມາດອ່ານຂໍ້ມູນຂອງ File ລະບົບ ຫຼື  Boot partitions ໄດ້ ໃຫ້ທຳການກວດ Harddisk ວ່າ: ປົກກະຕິດີ ຫ ບໍ? ຖ້າຫາກປົກກະຕິດີ ໃຫ້ກວດເບີ່ງທີ່  Boot.ini ອາດຈະເສຍຫາຍ ຫຼືບໍກໍ່ມີການທຳແບບ Multi OS ໃຫ້ກວດເບີ່ງວ່າ: ທີ່ File ນີ້ ອາດຂຽນ Config ຂອງ OS ຂັດແຍ້ງກັນ.

       ອີກກໍລະນີໜື່ງ ທີ່ເກີດ  error ນີ້ ຄືເກີດຂະນະ  upgrade Windows ສາເຫດເກີດຈາກອຸປະກອນບາງຕົວບໍ່  Compatible ໃຫ້ລອງເອົາອຸປະກອນ ທີ່ບໍ່ຈຳເປັນ ຫຼືຄິດວ່າມີບັນຫາອອກ ເມື່ອທຳການ  upgrade Windows ຮຽບຮ້ອຍ ແລ້ວເອົາອຸປະກອນທີ່ມີບັນຫາໃສ່ກັບຄືນ ແລ້ວຕິດຕັ້ງຕົວ Driver ລຸ້ນລ່າສຸດ.

(stop code 0X0000007A) Kernel Data Inpage Error
ສາເຫດແລະແນວທາງແກ້ໄຂ:
      ອາການນີ້ເກີດກັບບັນຫາ virtual memory ຄື Windows ບໍ່ສາມາດອ່ານ ຫຼື ຂຽນຂໍ້ມູນທີ່ swapfile ໄດ້ສາເຫດອາດເກີດຈາກ Harddisk ເກີດ  bad sector, ເຄື່ອງຕິດ Virus, ລະບົບ  SCSI ຜິດພາດ, RAM ເສຍຫາຍ ຫຼື Mainboard ເສຍຫາຍ.

(stop code 0X00000077)Kernel Stack Inpage Error
ສາເຫດແລະແນວທາງແກ້ໄຂ:
      ອາການ ແລະສາເຫດດ່ຽວກັບຂໍ້  9

(stop code 0X0000001E)Kmode Exception Not Handled 
ສາເຫດແລະແນວທາງແກ້ໄຂ
      ອາການນີ້ເກີດຈາກການທຳງານຜິດພາດຂອງ Driver ຫຼື service ກັບ ໜ່ວຍຄວາມຈຳ ແລະ  IRQ ຖ້າຫາກມີລາຍຊື່ຂອງ File  ຫຼື  service ສະແດງອອກມາກັບ  error ນີ້ໃຫ້ທຳການ  uninstall Program ຫຼື ທຳການ Roll back Driver ໂຕນັ້ນ.

      ຖ້າຫາກມີອາການແຈ້ງວ່າ:  error ທີ່ File win32k ສາເຫດເກີດຈາກການ  control software  ຂອງບໍລິສັດອື່ນໆ  (Third-party) ທີ່ບໍ່ແມ່ນຂອງ Windows ເຊີ່ງມັກຈະເກີດກັບພວກ Networking ແລະ Wireless ເປັນສ່ວນໃຫຍ່
Error ນີ້ອາດຈະເກີດມາຈາກສາເຫດອີກຢ່າງ ນັ້ນຄືການ  run Program ຕ່າງໆ ແຕ່ໜ່ວຍຄວາມຈຳບໍ່ພຽງພໍ.

(stop code 0X00000079)Mismatched Hal
ສາເຫດແລະແນວທາງແກ້ໄຂ:
      ອາການນີ້ເກີດຂື້ນຈາກການທຳງານຜິດພາດຂອງ  Hardware Abstraction Layer (HAL) ມາທຳຄວາມເຂົ້າໃຈກັບ HAL ກ່ອນ HAL ມີໜ້າທີ່ເປັນຈັດລະບົບຕິດຕໍ່ ລະຫວ່າງ Hardware ກັບ Software ວ່າ : Application ໂຕໃດໃຊ້ກັບອຸປະກອນໂຕໃດ ໃຫ້ຖືກຕ້ອງ ຍົກຕົວຢ່າງ ທ່ານມີ Software ທີ່ອອກແບບເອົາໄວ້ໃຊ້  Dual CPU ມາໃຊ້ກັບ Mainboard ທີ່ເປັນ  Single CPU Windows ກໍ່ບໍ່ທຳງານ ວິທີ່ແກ້ຄື  reinstall Windows ໃໝ່.
      ອີກສາເຫດໜື່ງ File ທີ່ຊື່  NToskrnl.exe ຫຼື Hal.dll ໝົດອາຍຸ ຫຼື ຖືກແກ້ໄຂ ໃຫ້ເອົາ Backup File ຫຼືເອົາ  Original File ທີ່ທ່ານຄິດວ່າ: ບໍ່ເສຍຫາຍຫຼື Version ລ່າສຸດ Coppy ທັບ File ທີ່ເສຍຫາຍ.

(stop code 0X0000003F)No More System PTEs
ສາເຫດແລະແນວທາງແກ້ໄຂ: 
      ອາການນີ້ເກີດຈາກລະບົບ  Page Table Entries (PTEs) ທຳງານໂດຍ  Virtual Memory Manager (VMM) ຜິດພາດ ເຮັດໃຫ້ Windows ເຮັດວຽກ ໂດຍບໍ່ມີ  PTEs ເຊີ່ງເປັນສີ່ງທີ່ຈຳເປັນ ສຳຫຼັບ Windows ອາການນີ້ມັກເກີດຂື້ນ ກັບການທີ່ທ່ານ ເຮັດວຽກແບບ  multi monitors ຖ້າທ່ານເກີດບັນຫານີ້ຕະຫຼອດ ທ່ານສາມາດປັບແຕ່ງ PTEs ໄດ້ໃໝ່ດັ່ງນີ້:
1. ໃຫ້ເປີດ Registry ຂື້ນມາແກ້ໄຂ ໂດຍໃຫ້ທຸກໆທ່ານໄປທີ່  Start > Run ແລ້ວພີ່ມຄຳສັ່ງ Regedit
2. ໃຫ້ທ່ານໄປຕາມ Key ນີ້:  HKEY_LOCAL_MACHINESYSTEMCurrentControlSetControlSe ssion ManagerMemory Management
3. ໃຫ້ທ່ານເບີ່ງທີ່ໜ້າຕ່າງຂວາມື ໃຫ້ທ່ານ Double Click ທີ່ PagedPoolSize ໃຫ້ໃສ່ຄ່າ 0 ທີ່ Value data ແລ້ວ Click  OK.
4. Double Click ທີ່  SystemPages ຫາກທ່ານໃຊ້ລະບົບແບບ  Multi Monitor ໃຫ້ໃສ່ຄ່າ 36000 ທີ່ Value data ຫຼື ໃສ່ຄ່າ  40000 ຫາກເຄື່ອງທ່ານມີ  RAM 128 MB ແລະຄ່າ  110000 ໃນກໍລະນີທີ່ເຄື່ອງທ່ານມີ RAM ເກີນກ່ວາ  128 MB ແລ້ວ Click  OK => Restart ເຄື່ອງອີກເທື່ອໜື່ງ.

(stop code 0X00000024) NTFS File System
 ສາເຫດແລະແນວທາງແກ້ໄຂ:
      ອາການນີ້ເກີດຈາກການລາຍງານຜິດພາດຂອງ  Ntfs.sys ຄື Driver ຂອງ  NTFS ອ່ານ ແລະຂຽນຂໍ້ມູນຜິດພາດ ສາເຫດນີ້ລ່ວມເຖີງ ການເຮັດວຽກຜິດພາດ ຂອງ  controller ຂອງ IDE ຫຼື SCSI ເນື່ອງຈາກການເຮັດວຽກຂອງ Program Antivirus ຫຼື ພື້ນທີ່ຂອງ Hard disk ເສຍຫາຍ ທ່ານສາມາດຮູ້ລາຍລະອຽດຂອງ error ນີ້ໂດຍໃຫ້ເປີດເບີ່ງທີ່ Event Viewer ວິທີ່ເປີດກໍ່ໃຫ້ທ່ານໄປທີ່  start > run ແລ້ວພີ່ມຄຳສັ່ງ  eventvwr.msc ເພື່ອເປີດເບີ່ງ  Log file ຂອງການ error ໂດຍໃຫ້ເບີ່ງການ error ຂອງ SCSI ຫຼື FASTFAT ໃນໝວດ  System ຫຼື Autochk ໃນໝວດ  Application.

(stop code 0X00000050)Page Fault In Nonpaged Area
ສາເຫດແລະແນວທາງແກ້ໄຂ:
      ອາການນີ້ສາເຫດເກີດຈາກການຜິດພາດ ຂອງການຂຽຂໍ້ມູນໃນ Ram ການແກ້ໄຂກໍ່ໃຫ້ເຮັດຄວາມສະອາດຂາ Ram ຫຼື ລອງສະລັບ Ram ເບີ່ງ ຫຼື ບໍ່ກໍ່ກາ Program ທີ່  test Ram ກວດເບີ່ງວ່າ Ram ເສຍຫາຍຫຼືບໍ່?

(stop code 0Xc0000221)Status Image Checksum Mismatch
ສາເຫດແລະແນວທາງແກ້ໄຂ:
      ອາການນີ້ສາເຫດມາຈາກ  swapfile ເສຍຫາຍລ່ວມເຖີງ Driver ດ້ວຍ ການແກ້ໄຂເໝືອນຂໍ້ທີ່ 15

(stop code 0X000000EA)Thread Stuck In Device Driver
ສາເຫດແລະແນວທາງແກ້ໄຂ:
      ອາການຂອງ  error ນີ້ຄືການເຮັດວຽກຂອງເຄື່ອງຈະເຮັດວຽກໃນແບບວົນຊ້ຳໆ ກັນບໍ່ສີ້ນສຸດ ເຊັ່ນຈະ Restart  ຕະຫຼອດ ຫຼື ແຈ້ງ error ແມ່ນຫຍັງກໍ່ຂື້ນມາໝົດ ບໍ່ຢຸດ ບັນຫານີ້ ສາເຫດອາດຈະເກີດຈາກ  Bug ຂອງ Program ຫຼື ສາເຫດອື່ນໆ ນັບຮ້ອຍ ການແກ້ໄຂໃຫ້ພະຍາຍາມຕາມນີ້:

1.ໃຫ້ທ່ານເບີ່ງທີ່ Power supply ຂອງທ່ານວ່າຈ່າຍກຳລັງໄຟ ພຽງພໍກັບຄວາມຕ້ອງການຂອງ Computer ຂອງທ່ານຫຼືບໍ່? ໃຫ້ທ່ານເບີ່ງວ່າ: ເຄື່ອງຂອງທ່ານມີອຸປະກອນຫຼາຍເກີນໄປ ບໍ່ເໝາະກັບ  Power supply ຂອງທ່ານ ກໍ່ໃຫ້ປ່ຽນໂຕໃໝ່ ທີ່ໃຫ້ກຳລັງຫຼາຍຂື້ນ.
2. ໃຫ້ທ່ານເບີ່ງທີ່ Cardຈໍ ວ່າ: ໄດ້ໃຊ້ Driver ລ່າສຸດ ຫາກທ່ານແນ່ໃຈວ່າໂຕລ່າສຸດ ແລ້ວຍັງມີອາການ ກໍ່ໃຫ້ທຳການ  Rollback Driver ໂຕກ່ອນ ທີ່ຈະເກີດບັນຫາ.
3. ກວດເບີ່ງ Cardຈໍ ແລະ Mainboard ວ່າ: ເສຍຫາຍຫຼືບໍ່? ເຊັ່ນ: ມີຮອຍໄໝ້, ລາຍວົງຈອນຂາດ ມີສີ້ນສ່ວນບາງສີ້ນສ່ວນຫຼຸດຈາກຕຳແໜ່ງເດີມ...
4. ເບີ່ງທີ່ Bios ວ່າສ່ວນຂອງ  VGA slot ເລືອກໂໝດ 4x,8x ຖຶກຕາມ Spect ຂອງ Card ຫຼືບໍ່?
5. Check ເບີ່ງຜູ້ຜະລິດ Mainboard ວ່າມີ Driver ໂຕໃໝ່ ຫຼືບໍ່? ຫາກວ່າມີ ໃຫ້ທຳການ Download ລົງມາໃຊ້.
6. ຫາກວ່າທ່ານມີ Card land ຫຼື Mainboard ຂອງທ່ານມີ  on board ຢູ່ໃຫ້ disable, Function "PXE Resume/Remote Wake Up" ໂດຍໄປປິດທີ່  BIOS.

(stop code 0X0000007F) unexpected Kernel Mode Trap 
ສາເຫດແລະແນວທາງແກ້ໄຂ:
      ອາການນີ້ສ່ວນໃຫຍ່ມັກຈະເກີດກັບນັກ  Overclock เເປັນອາການຂອງ  RAM ສົ່ງຂໍ້ມູນໃຫ້  CPU ບໍ່ສຳພັນກັນຄື  CPU ເຮັດວຽກໄວເກີນໄປ ຫຼື ຮ້ອນເກີນໄປສາເຫດເກີດຈາກການ Overclock ວິທີ່ແກ້ກໍ່ຄືຫຼຸດ clock ລົງມາໃຫ້ເປັນປົກກະຕິ ຫຼື ໃຫ້ທ່ານຫາທາງລະບາຍຄວາມຮ້ອນຈາກ  CPU ໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະເຮັດໄດ້.

(stop code 0X000000ED)Unmountable Boot Volume 
ສາເຫດແລະແນວທາງແກ້ໄຂ:
      ອາການນີ້ Windows ຫາ Harddisk ບໍ່ພົບ, (ບໍ່ແມ່ນໂຕ Boot ລະບົບ) ໃນກໍລະນີທ່ານມີ Harddisk ຫຼາຍໂຕ ໜື່ງໃນນັ້ນ ທ່ານອາດໃຊ້ສາຍແພ ຂອງ Harddisk ຜິດ ເຊັ່ນວ່າ: Harddisk ຂອງທ່ານເປັນແບບ  33MB/secound ເຊີ່ງຕ້ອງໃຊ້ສາຍແພແບບ  40 pin ແຕ່ທ່ານເອົາແບບ 80 pin ໄປຕໍ່ໃສ່ແທນນັ້ນເອງ.

        ແລະຍັງມີອີກຫຼາຍໆ ອາການແລະ ແນວທາງການການແກ້ໄຂຕິດຕາມໄດ້ ໃນບົດຄວາມໜ້າ...



Tags: Blue Screen | Notebook | stop code 0X000000BE | stop code 0X0000007B | stop code 0X0000007A | BIOS | Ram | How to | CPU | Harddisk | Boot | Download |  Bug ຂອງ Program | Mainboard | Driver | Registry | Wireless | Windows | Upgrade | anti-virus | uninstall Program | roll back Driver






No comments:

Post a Comment